Breaking News

ລູກນ້ຳ ງາມຂຶ້ນຫຼາຍຈົນ…

ແບ່ງປັນ

 

ຖ້າຈະເວົ້າເຖິງສາວ ລູກນໍ້າ ທິດາລັດ ວົງສິຣິ ນາງສາວລາວປີ 2012 (MISS LAOS ) ຄົນນີ້ກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກນາງ ເພາະຫຼັງຈາກທີ່ໄດ້ຕຳແໜ່ງມາແລ້ວນາງກໍຖືວ່າກ້າວເຂົ້າສູ່ວົງການບັນເທິງຢ່າງເຕັມຕົວ ຜົນງານຂອງນາງກໍມີໃຫ້ເຫັນຢ່າງຫຼວງຫຼາຍທັງເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ສິນຄ້າແບຼນດັງ ແລະ ການສະແດງຮູບເງົາ,​ ແຕ່ທີ່ເຮົາຈະເວົ້າເຖິງນາງໃນມື້ນີ້ກໍຄືພັດທະນາການຄວາມງາມຂອງນາງທີ່ນັບມື້ງາມຂຶ້ນ ຈົນເຮັດໃຫ້ຂາເມົ້າມີຄວາມສົງໃສວ່າສາວລູກນໍ້າຄົນງາມໄປກິນຫຍັງ ຫຼື ໄປເຮັດຫຍັງມານໍ…ຈຶ່ງໄດ້ງາມຂຶ້ນທຸກມື້ແບບນີ້ເພາະທຽບໃສ່ຮູບພາບເກົ່າໆທີ່ນາງໄດ້ໂພສໄວ້ໃນອິນສະຕາແກຼມຂອງນາງ ຖືວ່າແຕກຕ່າງກັນຫຼາຍ ປ່ຽນໄປເປັນຄົນລະຄົນຈົນຈະບໍ່ຈື່ກັນເລີຍ ຫຼືວ່າອາດຈະເປັນທີ່ນາງໃຫ່ຍຂຶ້ນເປັນສາວຂຶ້ນ ຈົນເຮັດໃຫ້ຮູບໜ້ານາງປ່ຽນ!

ຖ້າລູກນໍ້າມີເຄັດລັບດີໆຊ່ວຍມາບອກ ຊະນີIndy ແລະ ແຟນໆແດ່ ຈະໄດ້ງາມໆຄືກັບສາວລູກນໍ້າ!!!

#ແຊຣວົນໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ

ມາເບິ່ງຮູບພາບເກົ່າໆຂອງສາວລູກນ້ຳ:

 

ຮູບພາບປັດຈຸບັນຂອງ ລູກນ້ຳ ທິດາລັດ ວົງສິຣິ

ຂໍຂອບໃຈຮູບພາບຈາກ: louknum_misslaos

ແບ່ງປັນ