Breaking News

ສະຖານະການເກີນຄວບຄຸມ!!! ຈໍານວນຜູ້ຕິດເຊື້ອ ໂຄວິດ-19 ຢູ່ ສ.ອາເມລິກາ ທະລຸ 2 ແສນກວ່າຄົນແລ້ວ….  “ປະເທດລາວຄວນເບິ່ງເປັນບົດຮຽນ”

ແບ່ງປັນ

ແຜ່ລະບາດຢ່າງຕໍ່ເນື່ອງກັບພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປທົ່ວທຸກພື້ນທີ່ໃນໂລກ ໂດຍສະເພາະຢູ່ໃນສະຫະລັດອາເມລິກາທີ່ແຜ່ລະບາດໜັກມີຜູ້ຕິດເຊື້ອໂຄວິດເກີນ 200,000 ຄົນ ຍອດທັງໝົດທົ່ວໂລກທະລຸ 900,000 ຄົນ ແລະ ປັດຈຸບັນຍອດສະສົມຂອງຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກມີຈຳນວນຫຼາຍກວ່າ 900,000 ຄົນແລ້ວ ໂດຍຫຼາຍກວ່າ 200,000 ຄົນໃນຈຳນວນນີ້ຢູ່ໃນສະຫະລັດພຽງປະເທດດຽວ.

ຂໍ້ມູນຈາກ ສູນຂໍ້ມູນໄວຣັສໂຄວິດ-19 ຂອງມະຫາວິທະຍາໄລ ຈອດສ ຮອບກິນສ ລະບຸວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ລ່າສຸດແມ່ນຢູ່ທີ່ 921,924 ຄົນແລ້ວໃນ ເວລາ 02:45 ໃນມື້ວັນພະຫັດ 2 ມີນາ 2020 ຖືຮັກສາຫາຍແລ້ວ 192,964 ຄົນ ຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ທີ່ 46,252 7 ຄົນ ແລະ ມີແນວໂນ້ມຈະເພີ່ມສູງຂຶ້ນເລື້ອຍໆ

ຈາກສະຖິຕິດັ່ງກ່າວເຮັດໃຫ້ ດຣ.ເທດຣອດ ອາດານອົມ ເກເບນເຢຊຸດ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກອອກມາສະແດງຄວາມກັງວົນກ່ຽວກັບເລື່ອງການແຜ່ລະບາດຂອງໂຄວິດ-19 ທົ່ວໂລກ ແລະ ຄວາມໄວຂອງຕົວເລກທີ່ກຳລັງເພີ່ມຂຶ້ນ ໂດຍໄດ້ເຕືອນວ່າ ຈຳນວນຜູ້ຕິດເຊື້ອທົ່ວໂລກຈະເຖິງ 1,000,000 ຄົນຢ່າງແນ່ນອນ ແລະ ຍອດຜູ້ເສຍຊີວິດຈະຜ່ານ 50,000 ຄົນ ພາຍໃນບໍ່ພໍເທົ່າໃດມື້.

ເມື່ອເຫັນສະພາບການແບບນີ້ ຂວັນໃຈ ກໍອົດເປັນຫ່ວງປະເທດເຮົາບໍ່ໄດ້ ເພາະປັດຈຸບັນກໍມີຜູ້ຕິດເຊື້ອລວມເປັນ 10 ຄົນແລ້ວ ດັ່ງນັ້ນ ເພື່ອເປັນການ ຕ້ານພະຍາດດັ່ງກ່າວ ຂໍໃຫ້ທຸກຄົນຈົ່ງຮ່ວມໃຈ ຢູ່ບ້ານ ຖ້າບໍ່ຈໍາເປັນບໍ່ຕ້ອງອອກໄປໃສ…

    

ຂອບໃຈຂໍ້ມູນ: ໂທລະໂຄ່ງ

ແບ່ງປັນ