Breaking News

ປະຊາຊົນທັງໂລກເລີ່ມມີຄວາມຫວັງ!! ນັກວິທະຍາສາດຈີນ ຄົ້ນພົບ Anti Body ປ້ອງກັນໂຄວິດ-19 ບໍ່ໃຫ້ເຂົ້າສູ່ເຊວ ແລະອະນາຄົດອາດຈະພັດທະນາເປັນຢາຮັກສາໄດ້…

ແບ່ງປັນ

ຍັງຄົງເປັນເລື່ອງທີ່ໜ້າກັງວົນຫຼາຍສໍາລັບ ການແຜ່ລະບາດຂອງເຊື້ອໄວຣັສ Covid-19 ທີ່ກໍາລັງແຜ່ລະບາດໄປທົ່ວໂລກ ແລະ ທີ່ໜັກທີ່ສຸດຕອນນີ້ກໍແມ່ນບັນດາປະເທດ ເອີຣົບ ແລະ ອາເມຣິກາ… ເຊິ່ງຫຼ້າສຸດ ສ.ອາເມຣິກາ ແມ່ນມີຜູ້ຕິດເຊື້ອເພີ່ມຂຶ້ນທຸກມື້ ແລະ ທະລຸ 2 ແສນກວ່າຄົນແລ້ວ; ເມື່ອວັນທີ 1 ເມສາ 2020 (ມື້ວານນີ້) ສຳນັກຂ່າວຕ່າງປະເທດລາຍງານວ່າ ທີມນັກວິທະຍາສາດຈີນ ຄົ້່ນພົບແອນຕິບໍດີ້ທີ່ມີປະສິດທິພາບໃນການຂວາງກັ້ນບໍ່ໃຫ້ເຊື້ອໂຄວິດ-19 ເຂົ້າສູ່ເຊລ ຊື່ງໃນອານາຄົດອາດພັດທະນາເປັນຢາຮັກສາໂຄວິດ-19 ໄດ້.

ສຳນັກຂ່າວ Reuters ລາຍງານວ່າ ເມື່ອເດືອນມັງກອນທີ່ຜ່ານມາ ທ່ານຈາງຫລິນຊີຈາກມະຫາວິທະຍາໄລຊິງຫົວໃນນະຄອນປັກກິ່ງຂອງຈີນຮ່ວມກັບນັກວິໄຈຈາກໂຮງຫມໍປະຊາຊົນແຫ່ງທີ່ 3 ໃນເມືອງເຊິນເຈີ້ນ ເລີ່ມວິເຄາະແອນຕິບໍດີ້ທີ່ສະກັດຈາກເລືອດຂອງຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວດີຈາກການຕິດເຊື້ອໂຄວິດ-19 ແລ້ວ ແລະພົບສານພູມຕ້ານທານທີ່ສາມາດເກາະຕິດໂປຣຕີນຂອງເຊື້ອໄວຣັດໄດ້ ຈາກນັ້ນທີມງານຈິງທົດລອງຕໍ່ໄປວ່າສານພູມຕ້ານທານເຫຼົ່ານັ້ນສາມາດປ້ອງກັນບໍ່ໃຫ້ເຊື້ອໄວຣັດເຂົ້າສູ່ເຊລຂອງມະນຸດຫລືບໍ່ ໃນຂັ້ນຕອນນີ້ພົບວ່າໃນຈຳນວນແອນຕິບໍດີ້ທີ່ນຳມາທົດສອບ 20 ໂຕມີ 4 ໂຕທີ່ປ້ອງກັນບໍ່ໃຫ້ເຊື້ອໄວຣັດເຂົ້າສູ່ເຊລໄດ້ ແລະໃນຈຳນວນ 4 ໂຕນີ້ມີ 2 ໂຕທີ່ມີປະສິດທິພາບດີຫລາຍ

ຂະນະນີ້ທາງທີມວິໄຈຢູ່ໃນຂັ້ນຕອນຂອງການຫາແອນຕິບໍດີ້ທີ່ມີປະສິດທິພາບຫລາຍທີ່ສຸດ ເພື່ອນຳມາລວມກຳລັງກັນບັນເທົາຄວາມສ່ຽງທີ່ເຊື້ອໂຄວິດ-19 ຈະກາຍພັນ ແລະຫາກການທົດລອງເປັນໄປໄດ້ດ້ວຍດີກໍ່ຈະນຳມາທົດລອງກັບສັດ ແລະມະນຸດຕໍ່ໄປ. ທ່ານຈາງ ກ່າວກັບ Reuters ວ່າ ຢາທີ່ຜະລິດຈາກແອນຕິບໍດີ້ແບບທີ່ຕົນກຳລັງທົດລອງຢູ່ນັ້ນອາດມີປະສິດທິພາບຫລາຍກວ່າວິທີການຮັກສາໃນປະຈຸບັນ ລວມທັງການຮັກສາດ້ວຍພລາສມາທີ່ສະກັດຈາກເລືອດຂອງຄົນທີ່ດີຈາກອາການຕິດເຊື້ອແລ້ວເນື່ອງຈາກແມ່ນວ່າພລາສມາຈະມີແອນຕິບໍດີ້ ແຕ່ຍັງມີຂໍ້ຈຳກັດດ້ານກຸ໊ບເລືອດ. ທີມວິໄຈຫວັງວ່າຈະນຳແອນຕິບໍດີ້ດັ່ງກ່າວມາທົດລອງກັບມະນຸດພາຍໃນ 6 ເດືອນ ແຕ່ໂດຍປົກກະຕິແລ້ວກວ່າທີ່ຢາຊະນິດຫນື່ງຈະໄດ້ຮັບການອະນຸມັດໃຫ້ໃຊ້ກັບມະນຸດຈະຕ້ອງໃຊ້ເວລາປະມານ 2 ປີ ວ່າໃນຊ່ວງທີ່ເຊື້ອໂຄວິດ-19 ແຜ່ລະບາດຢູ່ນີ້ໄລຍະເວລາຈະຫລຸດລົງ ເນື່ອງຈາກຂັ້ນຕອນຕ່າງໆທີ່ຕ້ອງຄ່ອຍໆເຮັດໄປເທື່ອລະຂັ້ນຕອນ ຖືກຫຍໍ້ເຂົ້າ

ຈາກຂ່າວດັ່ງກ່າວ ແນ່ນອນວ່າມັນເປັນຂ່າວທີ່ດີສໍາລັບຄົນທັງໂລກເລີຍກໍວ່າໄດ້ ແລະ ແອັດກໍຂໍໃຫ້ຢາຕົວນີ້ສາມາດນໍາມາສະກັດໄວຮັສຕົວນີ້ໄດ້ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້… ເອົາໃຈຊ່ວຍ ແລະ ເປັນກໍາລັງໃຈໃຫ້ແພດໝໍທົ່ວໂລກ ພ້ອມທັງນັກວິໄຈທຸກທ່ານ; ຂໍໃຫ້ປະຊາຊົນທົ່ວໂລກກໍຄືຄົນລາວທຸກຄົນຮັກສາຕົນເອງ ເພື່ອສັງຄົມ ໂດຍປະຕິບັດຕາມມາດຕະການຕ່າງໆທີ່ທາງພັກ-ລັດຖະບານໄດ້ວາງອອກຢ່າງເຂັ້ມງວດ… ເຮົາຈະຜ່ານວິກິດນີ້ໄປນໍາກັນ!!! ສູ້ໆເດີ້!!!

ແຫຼ່ງຂ່າວ: Reuters

ແບ່ງປັນ