Breaking News

ຊົມເຊີຍ! ຫມໍແນ່ ສືບຕໍ່ສະໜັບສະໜູນອາຫານໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ

ແບ່ງປັນ

ຕໍ່ເນື່ອງກັບສະພາວະການແຜ່ລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນ ສ ປປລາວ ເຊິ່ງມີຈໍານວນຜູ້ຕິດເຊື້ອ 19 ຄົນ ແລະ ຕອນນີ້ປົວຫາຍດີແລ້ວ 4 ຄົນ ປັດຈຸບັນນີ້ຍັງມີຜູ້ຕິດເຊື້ອກຳລັງຮັກສາຕົວ 15 ຄົນ ແລະ ເຈົ້າໜ້າທີແພດໝໍຂອງເຮົາກຳລັງປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ໃນສະຖານະການບ້ານເມືອງວິກິດແບບນີ້  ກໍມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມເຮົາ ຫຼ້າສຸດ ໝໍແນ່ງ ເຮົາຍັງສືບຕໍ່ແບ່ງປັນອາຫານຈໍານວນໜື່ງໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ  ໃນຂະນະທີ່ກຳລັງປະຕິບັດໜ້າທີ່…

“ຍັງສືບຕໍ່ແບ່ງປັນ ມີຫນ້ອຍໃຫ້ຫນ້ອຍ ຕາມສະພາບນະນິ່ງແນ່ງກ່ອນເນີ້
ໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ ສູ້ສູ້ເນີ້ ດຽວເຮົາກະຜ່ານໄດ້ແລ້ວ?

ເຂົ້າປຸ້ນ 30 ຖົງ + ເຂົ້າຈືນໃສ້ກອກ 60 ກ່ອງ”

ຮູບພາບຂອງ Chandaly Ningnang Sitpraxay.

ຮູບພາບຂອງ Chandaly Ningnang Sitpraxay.

ຮູບພາບຂອງ Chandaly Ningnang Sitpraxay.

ຮູບພາບຂອງ Chandaly Ningnang Sitpraxay.

ຮູບພາບຂອງ Chandaly Ningnang Sitpraxay.

ຮູບພາບຂອງ Chandaly Ningnang Sitpraxay.

ຮູບພາບຂອງ Chandaly Ningnang Sitpraxay.

ຂວັນໃຈຂໍຊົມເຊີຍໝໍແນ່ງ ນາງຟ້າຂອງຄົນລາວ ທີ່ຄອຍໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫຼືອສັງຄົມລາວຕະຫຼອດມາ ໂດຍສະເພາະໃນຊ່ວງບ້ານເມືອງເຮົາກຳລັງປະເຊີນກັບໂຄວິດ-19 ແບບນີ້!

ຂອບໃຈຮູບພາບ: Chandaly Ningnang Sitpraxay

ແບ່ງປັນ