Breaking News

ຂ່າວດີ! ກະຊວງອຸດສາຫະກຳ ແລະ ການຄ້າປະກາດປັບລາຄານໍ້າມັນລົງ 400 ກີບ ທົ່ວປະເທດ ເລີ່ມປະຕິບັດ 24 ເມສາ…

ແບ່ງປັນ

ກະຊວງອຸດສາຫະກໍາ ແລະ ການຄ້າ ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400 ກີບທຸກຊະນິດ ເລີ່ມປະຕິບັດແຕ່ວັນທີ 24 ເມສາ 2020 ເຮັດໃຫ້ນໍ້າມັນແອັດຊັງຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່7.040ກີບຕໍ່ລິດ

PTT CAMBODIA - BUSINESS OPPORTUNITY

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 23 ເມສາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ  ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ24 ເມສາ 2020  ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ500 ກີບທຸກຊະນິດ ແລະປັບລົງລາຄານໍ້າມັນເຊື້ອໄຟ 400ກີບທຸກຊະນິດ.  ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ
ສະບັບເລກທີ0301  ລົງວັນທີ 23 ເມສາ  2020 ຈົນກວ່າຈະມີການປຽນແປງ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0349/ອຄ.ກຄພນ, ລົງວັນທີ 01 ເມສາ 2020

ແຫຼ່ງຂໍ້ມູນ: ຊຸບຊິບບັນເທີງ

ແບ່ງປັນ