ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ກຳລັງລະບາດໄປທົ່ວໂລກ ແລະ ນັກວິທະຍາສາດການແພດຫຼາຍປະເທດກໍໄດ້ຄົ້ນຄິດວັກຊີນ ແລະ ຢາຕ່າງໆທີ່ສາມາດຮັກສາພະຍາດລະບາດດັ່ງກ່າວ ຫຼ້າສຸດ! ໜ່ວຍງານກວດສອບຂອງເຢຍລະມັນ ອະນຸມັດການທົດລອງວັກຊີນຕ້ານໄວຣັສໂຄວິດ-19 ກັບມະນຸດແລ້ວ ເພື່ອໃຫ້ວັກຊີນພ້ອມໃຊ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້…
ສຳນັກຂ່າວ ຊາເເນວນິວເອເຊຍ ລາຍງານວ່າ ສະຖາບັນ Paul-Ehrlich-Institut: PEI ໜ່ວຍງານຄວບຄຸມການໃຊ້ວັກຊີນຂອງເຢຍລະມັນ ໄດ້ອອກຖະແຫຼງການໃນວັນພຸດທີ 22 ເມສາ 2020 ອະນຸມັດການທົດລອງວັກຊີນຕ້ານເຊື້ອໄວຣັສໂຄວິດ-19 ກັບມະນຸດເປັນເທື່ອທໍາອິດຂອງປະເທດ
ວັກຊີນດັ່ງກ່າວທີ່ພັດທະນາໂດຍບໍລິສັດໄບໂອເທັກໂນໂລຢີ “BioNTech” ຮ່ວມກັບບໍລິສັດເພສັດກຳຍັກໃຫຍ່(Pfizer) ທີ່ມີຊື່ວ່າ “BNT1692”
ນັບເປັນການທົດລອງວັກຊີນຕ້ານໂຄວິດ-19 ກັບມະນຸດໂຄງການທີ່ 4 ຂອງໂລກ ໂດຍໃນຂັ້ນທໍາອິດຈະທົດລອງໃນຄົນສຸຂະພາບແຂງແຮງອາຍຸລະຫວ່າງ 18-55 ປີ ຈຳນວນ 200 ຄົນ ສ່ວນໃນຂັ້ນທີ່ 2 ຈະທົດລອງກັບຄົນຈຳນວນຫຼາຍຂຶ້ນ ລວມທັງຜູ້ທີ່ມີຄວາມສ່ຽງຈາກໄວຣັສໂຄວິດນີ້ສູງກວ່າຄົນທົ່ວໄປດ້ວຍ ແຕ່ບໍ່ລະບຸຊັດເຈນວ່າການທົດລອງຈະເລີ່ມຂຶ້ນມື້ໃດ
PEI ລະບຸໃນຖະແຫຼງການກວ່າວ່າ ການທົດລອງນີ້ເປັນຂັ້ນຕອນສຳຄັນຫຼາຍໃນການເຮັດໃຫ້ວັກຊີນພ້ອມໃຊ້ງານໄດ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍການອະນຸມັດເກີດຂຶ້ນຫຼັງຈາກການປະເມີນຄວາມສ່ຽງ ແລະ ການທົດລອງວັກຊີນຕົ້ນແບບອື່ນໆ ໃນປະເທດຈະເກີດຂຶ້ນພາຍໃນອີກບໍ່ດົນ
ແຫລ່ງຂໍ້ມູນ: AllINLAOS.COM