Breaking News

ຂ່າວດີ 10 ມື້ລຽນຕິດ!! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ…( ຜູ້ຕິດເຊື້ອຢູ່ຫຼວງພະບາງ 2 ຄົນ ອອກໂຮງໝໍແລ້ວ)

ແບ່ງປັນ

ວັນທີ 22 ເມສາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ 19 ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມດ້ວຍຄະນະ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ

ຖືວ່າເປັນຂ່າວດີມື້ທີ 10 ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ!  ຫຼ້າສຸດ ຈາກການເກັບຕົວຢ່າງມາວິເຄາະທັງໝົດ 83 ຄົນ ເຊິ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍັງຄົງຕົວເລກຜູ້ຕິດເຊື້ອ 19 ກໍລະນີ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ໃນວັນທີ 21 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ, ໃນນັ້ນມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຕິດຕາມຄົບກຳນົດມາກວດຄືນ 21 ຄົນ, ກໍລະນີມີອາການສົງໄສ 11 ຄົນ ແລະ 51 ຈາກແຮງງານທີ່ມາຈາກໄທ ເຊິ່ງບໍ່ມີອາການສະແດງອອກ ຜົນກວດຂອງທັງ 83 ຄົນແມ່ນບໍ່ພົບເຊື້ອ. ໝາຍຄວາມວ່າ ໃນວັນທີ 21 ເມສາ 2020 ບໍ່ມີກໍລະນີໃໝ່

ຜູ້ຕິດເຊື້ອໂຄວິດ-19 ຍັງຢູ່ທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍແລ້ວ 2 ຄົນ, ເຊິ່ງມື້ນີ້ນັບເປັນມື້ທີ 10 ທີ່ ສປປ ລາວ ເຮົາບໍ່ມີຜູ້ຕິດເຊື້ອເພີ່ມ. ເຊິ່ງນັບແຕ່ເດືອນມັງກອນ ຫາ 21 ເມສາ ເກັບຕົວຢ່າງມາກວດທັງໝົດ 1.461 ຄົນ, ກວດພົບເຊື້ອພຽງ 19 ຄົນ (10 ມື້ແລ້ວບໍ່ມີຜູ້ຕິດເຊື້ອເພີ່ມ)

ຂອບໃຈຮູບພາບ: ໜັງສືພິມເສດຖະກິດ-ການຄ້າ

ແບ່ງປັນ