Breaking News

Earth Day ຫຼືວັນຄຸ້ມຄອງໂລກ 22 ເມສາ (STAY AT HOME  ເຮົາກໍສາມາດມີສ່ວນຮ່ວມ ໃນການຮັກສາໂລກໄດ້…)

ແບ່ງປັນ

ປັດຈຸບັນ ບັນຫາກ່ຽວກັບສິ່ງແວດລ້ອມເປັນພິດໄດ້ເພີ່ມທະວີຄວາມຮຸນແຮງຂຶ້ນຢ່າງໄວວາ ບໍ່ວ່າຈະເປັນບັນຫາກ່ຽວກັບນໍ້າບໍ່ສະອາດ, ອາກາດເປັນພິດ ຫຼືການຕັດໄມ້ທໍາລາຍປ່າທີ່ສົ່ງຜົນໃຫ້ເກີດອຸທົກກະໄພຫຼາຍຢ່າງ

ນັກອະນຸລັກທໍາມະຊາດກຸ່ມໜື່ງໄດ້ຈັດໃຫ້ມີການສະແດງພະລັງຄັ້ງໃຫຍ່ ເພື່ອປຸກຈິດສໍານຶກກ່ຽວກັບບັນຫາສິ່ງແວດລ້ອມ ເຊິ່ງນັບມື້ນັບຖືກມະນຸດທໍາລາຍ ໃນການສະແດງພະລັງຄັ້ງນັ້ນມີຜູ້ເຂົ້າຮ່ວມກວ່າ 20 ລ້ານຄົນ ແລະ ປາກົດຂຶ້ນຕາມເມືອງໃຫຍ່

ສະນັ້ນ, ວັນທີ 22 ເມສາ  ຂອງທຸກໆປີ  ຈຶ່ງຖືເປັນວັນ Earth Day ຫຼືວັນຄຸ້ມຄອງໂລກ  ເຊິ່ງເປັນວັນທີ່ສົ່ງເສີມໃຫ້ຄົນທົ່ວໂລກຄໍານຶງເຖິງຄວາມສໍາຄັນໃນການອະນຸລັກສິ່ງແວດລ້ອມ ໂດຍໃນແຕ່ລະປີຈະມີປະຊາຊົນ ແລະ ເກືອບທຸກພາກສ່ວນບໍ່ວ່າຈະເປັນ ພາກລັດ, ເອກະຊົນ ລວມໄປເຖິງອົງກອນ ອອກມາລົນນາລົງ ແລະ ເຮັດກິດຈະກຳຮັກສາໂລກກັນຢ່າງຫຼາກຫຼາຍ…

วันคุ้มครองโลก EarthDay ประวัติและความเป็นมาของวันคุ้มครองโลก

ແຕ່ໃນປີນີ້ຈາກສະຖານະການໂຄວິດ-19 ເຮັດໃຫ້ເຮົາຕ້ອງເກັບຕົວຢູ່ບ້ານເພື່ອຄວາມປອດໄພ  #STAYHOME  ແຕ່ເຮົາກໍສາມາດມີສ່ວນຮ່ວມເລັກໆນ້ອຍໆ ໃນການຮັກສາໂລກ ອາດຈະເລີ່ມຈາກການເກັບມ້ຽນເຄື່ອງ, ອະນາໄມເຮືອນຊານບ້ານຊ່ອງ ຫຼືເຫັນສິ່ງຂອງທີ່ບໍ່ສາມາດໃຊ້ໄດ້ແລ້ວກໍຄວນເກັບ ແລະ ແຍກອອກ ເພື່ອນໍາໄປແຍກຖິ້ມຢ່າງຖືກວິທີ ໂດຍສະເພາະຢ່າງຍິ່ງຖ້າເປັນສິ່ງທີ່ເປັນ ເອເລັກໂທນິກ ຫຼື  E-Waste ເຮົາຄວນລະມັດລະວັງເປັນພິເສດ!
วันคุ้มครองโลก Earth Day 22 เมษายน

ร่วมพิทักษ์โลก 22 เมษายน วันคุ้มครองโลก

ເອົາເປັນວ່າບໍ່ແມ່ນບັນຫາເລີຍໃນການອະນຸລັກສິ່ງແວດລ້ອມໂດຍທີ່ບໍ່ໄດ້ອອກໄປນອກສະຖານທີ່ ພຽງແຕ່ເຮົາຢູ່ເຮືອນ ປັດມ້ຽນເຮືອນຊານ ເຮົາກໍສາມາດເປັນສ່ວນໜື່ງຂອງການອະນຸລັກໂລກແລ້ວ ທຸກຄົນສາມາດເຮັດໄດ້ແນ່ນອນ…

 

 

 

 

ແບ່ງປັນ