Breaking News

ນາຍົກລັດຖະມົນຕີ ລົງຢ້ຽມຢາມ ເຄື່ອນໄຫວວຽກຢູ່ໂຮງໝໍມິດຕະພາບ ໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອ COVID-19 ພ້ອມເນັ້ນໜັກການໃຫ້ຄວາມສໍາຄັນດ້ານຊີວິດການເປັນຢູ່ຂອງແພດໝໍທີ່ກໍາລັງປະຕິບັດໜ້າທີ່

ແບ່ງປັນ

​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ເຂົ້າໃຫ້ກຳລັງໃຈ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ແພດໝໍທີ່​ກຳ​ລັງປິ່ນປົວຄົນເຈັບທີ່​ຕິດ​ເຊື້ອພະຍາດດັ່ງກ່າວທີ່ໂຮງໝໍມິດຕະພາບ, ໃນຂະທີ່ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທີ່ນອນປິ່ນປົວຍັງເຫຼືອ 11 ຄົນ, ຊຶ່ງ​ອາການຂອງແຕ່ລະຄົນຢູ່ໃນຂັ້ນຊົງຕົວເບົາບາງ.

ในภาพอาจจะมี 1 คน, กำลังยืน และ ชุดสูท

ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຢ້ຽມຢາມໃຫ້ຂັວນກຳລັງໃຈ ແພດໝໍ ແລະ ຄົນເຈັບ ເມື່ອວັນທີ 27ເມສາ ທີ່ໂຮງໝໍມິດຕະພາບ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມຄະນະ ແລະ ພະນັກງານແພດໝໍ

ในภาพอาจจะมี 2 คน, ผู้คนกำลังยืน และ สถานที่กลางแจ้ง

ທ່ານ ສະ​ໜອງ ທອງຊະນະ ໄດ້ລາຍງານໂດຍຫຍໍ້ ໃຫ້ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະຊາບວ່າ: ປັດຈຸບັນໂຮງໝໍມິດຕະພາບຍັງພວມສືບຕໍ່ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 11 ຄົນ ຊຶ່ງອາການຂອງແຕ່ລະຄົນແມ່ນຢູ່ຂັ້ນຊົງຕົວເບົາບາງ ພ້ອມນີ້, ຍັງສືບຕໍ່ເຝົ້າລະວັງ ແລະ ຄັດກອງຄົນເຈັບກໍລະນີສົງໃສເພື່ອກວດຫາເຊື້ອພະຍາດດັ່ງກ່າວ ແລະ ປິ່ນປົວໃຫ້ທັນການ. ໂອກາດນີ້, ທ່ານາຍົກ ລັດຖະມົນຕີ ໄດ້ສະແດງຄວາມເປັນຮ່ວງເປັນໄຍຕໍ່ບັນດາແພດໝໍທີ່ຮັບໜ້າທີ່ໃນການປິ່ນປົວຄົນເຈັບ ແມ່ນໃຊ້ຊີວິດໃນການຢູ່ກີນແບບໃດ?, ສະຖານທີ່ໃນການກັກກັນແນວໃດ? ຊຶ່ງສະແດງຄວາມເປັນຮ່ວງ ແລະ ເຫັນໃຈໃນການເຮັດວຽກງານຄວ້ຍຄວາມຮັບຜິດຊອບສູງຕໍ່ບັນດາຄົນເຈັບ, ຕໍ່ປະຊາຊົນກໍ່ຄືສ່ວນລວມ. ສະນັ້ນ, ຕໍ່ກັບບ່ອນຢູ່ອາໃສເພື່ອໃຫ້ບັນດາແພດໝໍຢູ່ນັ້ນຕ້ອງສຸມໃສໃຫ້ມັນພຽງພໍ. ໃນນັ້ນ, ທ່ານ ຍັງສະແດງຄວາມເປັນຮ່ວງເປັນໄຍຕໍ່ບັນຫາເລື່ອງສຸຂະພາບຂອງບັນດາແພດໝໍທີ່ປະຈຳ ໃນການປິ່ນປົວຄົນເຈັບ ໄດ້ມີອຸປະກອນກອນຮັບໃຊ້ພຽງບໍ່?, ການກິນຢູ່ສະດວກບໍ່?, ຈະມີຄວາມສາມາດທົນທານໄປໄດ້ແນວໃດ?, ຖ້າມີບັນຫາຫຍຸງຍາກ, ຂາດເຂີນແມ່ນໃຫ້ສະເໜີຕໍ່ພວກເຮົາ. ໂອກາດນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ ກະຊວງສາທາລະນະສຸຸກ, ຄະນະອຳນວຍການ, ແພດໝໍ ທີ່​ປະ​ຈຳ​ການ​ຢູ່ໂຮງມ​ໝໍມິດຕະພາບ ແລະ ບັນດາໂຮງໝໍຕ່າງໆເປັນຕົ້ນ ແມ່ນອ້າຍ, ເອື້ອຍນ້ອງ ແພດໝໍຂອງພວກເຮົາທີ່ໄດ້ເອົາໃຈໃສ່ໃນໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຖ້າວ່າອຸປະກອນປ້ອງກັນບໍ່ພຽງພໍແມ່ນໃຫ້ສະເໜີຊື້ເຖິງແມ່ນວ່າພວກເຮົາຄວບຄຸມໄດ້ຊໍ່ານີ້, ແຕ່ພວກເຮົາຢ່າມີຄວາມລະເລີງໃຈເພາະຫຼາຍປະເທດຍັງມີການ​ລະ​ບາດຢູ່ຫຼາຍ, ສະນັ້ນພວກເຮົາຕ້ອງມີສະຕິລະວັງຕົວຢູ່ສະເໝີ.

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 1 คน, กำลังยืน และ สถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม

ຂອບໃຈແຫລ່ງຂໍ້ມູນ: Lao Youth Radio FM 90.0 Mhz

ແບ່ງປັນ