Breaking News

ຄວາມໃນໃຈ! ຜູ້ຕິດເຊື້ອກໍລະນີທີ 1  (ຂອບໃຈສຳລັບທຸກໆກຳລັງໃຈຈາກທຸກຄົນທີ່ເຮັດໃຫ້ຕົນເອງຕໍ່ສູ້ກັບພະຍາດດັ່ງກ່າວຈົນຜ່ານມາໄດ້ຮອດມື້ນີ້ ແລະ ສືບຕໍ່ປະຕິບັດຕາມຄຳແນະນຳຂອງແພດຫມໍຢູ່ບ້ານຢ່າງເຄັ່ງຄັດ)

ແບ່ງປັນ

ຊ່າງ ວິລະເດດ ໜື່ງໃນຜູ້ເຊື້ອໂຄວິດ-19 ຢູ່ໃນ ສປປ ລາວ ກໍລະນີທີ 1 ທີ່ໄດ້ຮັບການເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບເລີ່ມແຕ່ວັນທີ 24 ມີນາ 2020 ຈົນມາຮອດວັນທີ 25 ເມສາ 2020 ຜູ້ກ່ຽວໄດ້ຮັກສາຕົວເປັນເວລາດົນກວ່າ 34 ມື້  ຫຼ້າສຸດ ຊ່າງ ວິລະເດດ ກໍໄດ້ປິ່ນປົວ ແລະ ເອົາຊະນະຈາກໂລກພະຍາດດັ່ງກ່າວຈົນຫາຍດີ!

ວັນທີ 25 ເມສາ 2020 ທີ່ຜ່ານມາ ຊ່າງ ວິລະເດດ ກໍໄດ້ອອກຈາກໂຮງໝໍ ແລະ ໄດ້ໂພສຄວາມໃນໃຈຂອງຕົນເອງຜ່ານເຟສບຸກສ່ວນຕົວວ່າ…

“34 ມື້ທີ່ຢູ່ໂຮງຫມໍ, 34 ມື້ທີ່ຮູ້ສຶກວ່າ ດົນ ແລະ ຍາວນານທີ່ສຸດໃນຊີວິດທີ່ໄດ້ຮັກສາຕົວເອງໃນໂຮງຫມໍ.
ມາຮອດມື້ນີ້, ມື້ທີ່ຊ່າງເອງລໍຄອຍ ແລະ ພາວະນາຢູ່ທຸກມື້, ກາໄດ້ກາຍມາເປັນຄວາມຈິງ,

ຊ່າງໄດ້ຮັກສາຫາຍດີຈາກCovid 19 ແລ້ວ 100% ແລະ ກໍາລັງອອກໂຮງຫມໍມື້ນີ້

ເຖິງແນວໃດກໍຕາມ, ຊ່າງຍັງຕ້ອງສືບຕໍ່ປະຕິບັດຕາມຄຳແນະນຳຂອງແພດຫມໍຢູ່ບ້ານຢ່າງເຄັ່ງຄັດ.

ຂ້າພະເຈົ້າ ແລະ ຄອບຄົວຢາກຂໍຂອບໃຈຫລາຍໆ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງມາຍັງທາງພັກລັດ, ໂຮງຫມໍ ມິດຕະພາບ (150ຕຽງ), ນັກຮົບເສື້ອຂາວ ຫລື ຮີ່ໂລ້ຂອງບ້ານເຮົາກໍ່ຄື ທ່ານຫມໍ, ພະຍາບານ, ອ້າຍເອື້ອຍທຸກຄົນທີ່ໄດ້ເສຍສະຫລະເວລາຂອງຕົວເອງມາຕໍ່ສູ້ກັບພະຍາດນີ້, ແລ້ວຍັງປິ່ນປົວ ແລະ ເບິ່ງແຍງເຮົາ ແລະ ຄົນໄຂ້ອີກຫລາຍໆຄົນເປັນຢ່າງດີ.

ຢາກຂໍຂອບໃຈທ່ານຫມໍ ແລະ ອ້າຍເອື້ອຍພະຍາບານທີ່ເປັນທັງທ່ານຫມໍ ແລະ ຍັງເປັນຄົນທີ່ໃຫ້ກຳລັງໃຈໃນມື້ທີ່ເຮົາເສຍໃຈທີ່ສຸດ, ອ່ອນແອທີ່ສຸດ ແລະ ນັ່ງຮ້ອງໄຫ້ໃນມື້ທີ່ບໍ່ມີໃຜ ???, ຂອບໃຈສຳລັບຄຳປອບໃຈ ແລະ ພະລັງບວກດີໆທີ່ມອບໃຫ້ ?

ຢາກຂໍຂອບໃຈສຳລັບທຸກໆກຳລັງໃຈຈາກທຸກຄົນທີ່ເຮັດໃຫ້ຊ່າງຕໍ່ສູ້ນຳມັນຈົນຜ່ານມາໄດ້ຮອດມື້ນີ້.

ສຸດທ້າຍນີ້, ຂ້າພະເຈົ້າ ແລະ ຄອບຄົວຢາກຂໍຂອບໃຈຈາກໃຈອີກຄັ້ງຫນຶ່ງ ແລະ ສັນຍາວ່າ ຈະໃຊ້ຊີວິດເທື່ອນີ້ໃຫ້ດີທີ່ສຸດ ?”

ในภาพอาจจะมี หนึ่งคนขึ้นไป และ ผู้คนกำลังยืน

ในภาพอาจจะมี 2 คน, ผู้คนกำลังยืน

ในภาพอาจจะมี 2 คน, ผู้คนกำลังยืน

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และ สถานที่ในร่ม

ในภาพอาจจะมี 1 คน

ในภาพอาจจะมี 1 คน, กำลังนั่ง, รองเท้า และ สถานที่กลางแจ้ง

ในภาพอาจจะมี 1 คน, กำลังยืน, มหาสมุทร, ท้องฟ้า, สถานที่กลางแจ้ง และ น้ำ

ຂວັນໃຈຂໍສະແດງຄວາມຍິນດີນໍາ ຊ່າງ ວິລະເດດ ນໍາເດີ້ທີ່ຫາຍດີຈາກໂຄວິດ-19 ໃນທີ່ສຸດກໍໄດ້ກັບບ້ານ ແລະ ກັບສູ່ອ້ອມອົກອ້ອມໃຈຄອບຄົວອັນອົບອຸ່ນທີ່ຄອຍຖ້າຢູ່ບ້ານ

ຂອບໃຈຂໍ້ມູນຈາກ:Sang Viradet

ແບ່ງປັນ