ສຳນັກຂ່າວ ບີບີຊີ ລາຍງານວ່າ ນາຍົກ ບໍຣິດ ຈອນສັນ ອອກຖະແຫຼງການໜ້າບ້ານເລກທີ່ 10 ຖະໜົນດາວນິງສົດຣີດ ຫຼື ສຳນັກງານໃຫຍ່ລັດຖະບານອັງກິດ ເປັນເທື່ອທໍາອິດໃນມື້ວັນຈັນທີ 27 ເມສາ 2020 ຫຼັງຈາກທ່ານຕິດເຊື້ອໄວຣັສໂຄວິດ-19 ແລະຕ້ອງເຂົ້າຮັບການຮັກສາຕົວໃນໂຮງໝໍ ດົນເປັນ
ນາຍົກ ຈອນສັນ ກ່າວຂໍໂທດທີ່ຕົວທ່ານບໍ່ໄດ້ເຮັດວຽກເປັນເວລາດົນ ແລະ ທ່ານເຂົ້າໃຈໃນຄວາມກັງວົນຂອງເຈົ້າຂອງທຸລະກິດຕ່າງໆ ທີ່ຮ້ອນໃຈຢາກໃຫ້ມາດຕະການລັອກດາວຍຸດຕິລົງ ແຕ່ການຍຸດຕິລັອກດາວໄວເກີນໄປອາດນຳໄປສູ່ການລະບາດຮອບ 2 ເຊິ່ງຈະເຮັດໃຫ້ມີຜູ້ເສຍຊີວິດ, ຄວາມເສຍຫາຍຕໍ່ເສດຖະກິດທັງຫມົດລວມທັງກິດຈະການຈຳກັດຫຼາຍກວ່າເກົ່າ “ຂ້ອຍຢາກໃຫ້ທຸກຄົນຄວບຄຸມຄວາມຮ້ອນໃຈເອົາໄວ້” ນາຍົກ ຈອນສັນ ກ່າວ
ນາຍົກ ອັງກິດຍັງລະະບຸອີກວ່າ ຕອນນີ້ມີສັນຍານແລ້ວວ່າເຮົາກຳລັງເດິນທາງຜ່ານຈຸດຮ້າຍແຮງຂອງການລະບາດ ທັງໝົດລວມທັງຈຳນວນຜູ້ເຂົ້າຮ່ວມຮັບການຮັກສາໃນໂຮງໝໍ ແລະ ຈຳນວນຜູ້ຕິດເຊື້ອທີ່ຕ້ອງນອນໄອຊີຢູກໍ່ຫຼຸດລົງ
ຢ່າງໃດກໍຕາມ ນາຍົກ ຈອນສັນເຕືອນອີກວ່າຕອນນີ້ເປັນຊ່ວງເວລາທີ່ ຄວາມສ່ຽງສູງທີ່ສຸດ ຈົນຮອດຕອນນີ້ອັງກິດສາມາດປົກປ້ອງເຈົ້າຫນ້າທີ່ ສຳນັກງານບໍລິການສຸກຂະພາບແຫ່ງຊາດ (NHS) ແລະ ລຸດແນວໂນ້ມການລະບາດລົງໄດ້ ແຕ່ທ່ານຍັງບອກບໍ່ໄດ້ວ່າເມື່ອໃດຈຶ່ງຈະສາມາດຍົກເລີກຂໍ້ຈຳກັດເພື່ອຜ່ອນຄາຍມາຕົນການລັອກດາວໄດ້

ນາຍົກ ຈອນສັນ ຢ້ຳອີກວ່າ ເມື່ອປະເທດບັນລຸເງື່ອນໄຂ 5 ຂໍ້ເພື່ອຜ່ອນຄາຍລັອກດາວນ ເຊິ່ງລວມເຖິງ ການມີຈຳນວນຜູ້ເສຍຊີວິດລຸດລົງຢ່າງຢັ່ງຢືນ ແລະ ຮັບປະກັນວ່າເຈົ້າຫນ້າທີ່ NHS ສາມາດຮັບມືຜູ້ປ່ວຍໄດ້ ຈາກນັ້ນຈຶ່ງຈະເປັນເວລາທີ່ຈາກຂະຍັບໄປຍັງ ‘ເຟດ 2’ ໃນການຕໍ່ສູ້ກັບການລະບາດ ແຕ່ເຂົາກໍຕອບບໍ່ໄດ້ວ່າມື້ໃດ ເຊິ່ງລັດຖະບານຈະເວົ້າເຖິງເລື່ອງນີ້ອີກຄັ້ງພາຍໃນອີກບໍ່ດົນນີ້
ທັງນີ້ ກະຊວງສາທາລະນະສຸກຂອງອັງກິດເຜີຍໃນມື້ວັນຈັນວ່າ ພົບຜູ້ເສຍຊີວິດຈາກໄວຣັດໂຄວິດ-19 ຢູ່ໂຮງໝໍອີກ 360 ສົບໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ເຮັດໃຫ້ຍອດທັງໝົດເພີ່ມຂຶ້ນເປັນ 21,092 ຄົນແລ້ວ ຂະນະທີ່ລັດຖະບານພະຍາຍາມເຮັດຕາມເປົ້າໝາຍທີ່ຈະກວດພະຍາດໃຫ້ໄດ້ 100,000 ເທື່ອຕໍ່ມື້ໃຫ້ໄດ້
ແຫລ່ງຂໍ້ມູນ: ໂທລະໂຄ່ງ