Breaking News

ຂໍໃຫ້ປະຊາຊົນລາວທຸກຄົນ ຕ້ອງຮ່ວມໃຈກັນ ຕ້ານໄພ ໂຄວິດ-19 ຢ່າງຈິງຈັງ ແຕ່ນີ້ ຮອດວັນທີ 3 ພຶດສະພາ 2020…

ແບ່ງປັນ
ຄະນະສະເພາະກິດ ກໍານົດ 2 ໄລຍະ ການຜ່ອນຜັນ ມາດຕະການ ໂຄວິດ-19 ຂໍໃຫ້ປະຊາຊົນລາວທຸກຄົນ ຕ້ອງຮ່ວມໃຈກັນ ຕ້ານໄພ ໂຄວິດ-19 ຢ່າງຈິງຈັງ ແຕ່ນີ້ ຮອດວັນທີ 3 ພຶດສະພາ 2020.

ຫາກເຮົາສາມາດເຮັດໄດ້! ຄະນະສະເພາະກິດ ໄດ້ວາງມາດຕະການຜ່ອນຜັນ ໄວ້ 2 ໄລຍະ ຄື

ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020, ໃນນັ້ນ ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ປະກອບມີ: ການອະນຸຍາດໃຫ້ສຳນັກງານ-ອົງການ ເປີດດຳເນີນການໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ, ອະນຸຍາດໃຫ້ພໍ່ແມ່ປະຊາຊົນ, ພະນັັກງານ-ລັດຖະກອນ, ທະຫານ-ຕຳຫລວດ ສາມາດອອກຈາກເຮືອນ ເດີນທາງຢູ່ໃນແຂວງກໍລະນີຈຳເປັນ, ອະນຸຍາດໃຫ້ມີການຈັດຝຶກອົບຮົມ, ຈັດກອງປະຊຸມທາງການ ແລະ ກິດຈະກຳທາງສາສະໜາ, ອະນຸຍາດໃຫ້ອອກກຳລັງກາຍ ຫລື ຫລິ້ນກິລາກາງແຈ້ງ, ອະນຸຍາດເປີດໂຮງງານ ແລະ ໂຄງການໃຫຍ່ ແລະ ການອະນຸຍາດເປີດໂຮງຮຽນ.

ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃໝ່ຮອດວັນທີ 31 ພຶດສະພາ 2020 ແລະ ສະພາບການເກີດພະຍາດໂຄວິດ-19 ໃນບັນດາປະເທດໃກ້ຄຽງມີທ່າອ່ຽງຫລຸດລົງນັ້ນ ແມ່ນຈະໄດ້ຍົກເລີກບັນດາມາດຕະການທັງໝົດ ໃນຄຳສັ່ງເລກທີ 06/ນຍ ແລະ ຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປ.

ແບ່ງປັນ