Breaking News

ນັບຖືຫົວໃຈ!!! ຊີວິດຄົນເຮົາເລືອກເກີດບໍ່ໄດ້… ເດັກຊາຍຮັບຈ້າງຈັດດອກໄມ້ (ເຖິງບາງຄັ້ງໝູ່ຈະລໍ້ວ່າ ບໍ່ຄືຜູ້ຊາຍ ແຕ່ບໍ່ເຄີຍອາຍທີ່ມີຊີວິດແບບນີ້)

ແບ່ງປັນ

ຄົນເຮົາທີ່ກຳເນີດເກີດຂຶ້ນມາຢູ່ເທິງໂລກນີ້ ບາງຄົນກໍກຳເນີດໃນຄອບຄົວທີ່ມີຖານະ ແລະ ບາງຄົນກໍກຳເນີດຢູ່ໃນຄອບຄົວທີ່ບໍ່ມີຖານະ ເປັນທີ່ມາຂອງຄໍາທີ່ວ່າ : ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກທີ່ຈະເປັນໄດ້ …  ມື້ນີ້ຂວັນໃຈຈະນໍາເອົາເລື່ອງລາວຂອງຄົນໆໜື່ງທີ່ສູ້ຊີວິດມາໃຫ້ທຸກຄົນໄດ້ຮູ້ນໍາກັນ!  ເຊິ່ງມີເຟສບ​ຸກຄົນໜື່ງທີ່ຊື່ວ່າ  AISSarnrak ໄດ້​ເຜີຍ​​ເລື່ອງ​ລາວ​ຂອງ​ເດັກ​ຊາຍ​ຄົນ​ໜຶ່ງ​ຊື່ວ່າ ​  ໂອມ ທີ່ກຳລັງສຶກສາຢູ່​ມັດ​ທະ​ຍົມຕອນຕົ້ນ ມໍ 4 ປະ​ເທດ​ໄທ ເຊິ່ງຄົນໆນີ້ໄດ້​ສູ້​ຊີ​ວິດເຮັດຫຼາຍຢ່າງໃນຂະນະທີ່ກຳລັງຮຽນເພື່ອຫາລາຍໄດ້ມາເປັນທຶນການສຶກສາ ແລະ ເພື່ອຄອບຄົວ ບໍ່ວ່າຈະເປັນ ​ຮັບ​ສ້ອມ​ແປງ, ຫຍິບ​ເສື້​ອ​ຜ້າ​ທຸກ​​ຊະ​ນິດ​ໃນ​ລາ​ຄາ​ທີ່​ຖືກ ລວມ​ໄປເຖິງ​ຮັບ​ຈັດ​ດອກ​ໄມ້ແບ​ບຕ່າງໆ ໄປ​ຂາຍ​ເພື່ອເອົາເງິນມາຮັກສາແມ່​ຕູ້​ທີ່​ປ່ວຍນໍາອີກ

ໂອມ​ ໄດ້ເວົ້າ​ວ່າ ຕົນເອງສົນ​ໃຈ​ຈັດ​ດອກ​ໄມ້​ຕັ້ງ​ແຕ່​ຕອນທີ່ກຳລັງຮຽນ ​ປ.4 ໂດຍ​ເລີ່ມ​ຊ່ວຍ​ວຽກ​ຄູ​ສະ​ໄໝ​ປະ​ຖົມ ຈົນ​ໄດ້​ມາ​ຮູ້​ຈັກ​ຄູ​ອຸ​ໄລ​ຕອນ​ຮຽນ​ຢູ່ ມ1 ທີ່​ເປີດ​ໂອກ​າດ​ໃຫ້ຕົນເອງໄດ້ເຂົ້າ​ມາ​ຊ່ວຍ​ວຽກ ແລະ ຄັດ​ເລືອກ​ໄປ​ແຂ່ງ​ສິ​ນ​ລະ​ປະ​ຫັດ​ຖະ​ກຳ ໄຈົນໄດ້​ຮັບ​ລາງວັນ ແລະ ສ້າງ​ຊື່​ສຽງ​ໃຫ້​ໂຮງ​ຮຽນໂດຍຍາດມາໄດ້ຫຼາຍ​ລາງວັນ…

ດ້ວຍ​ຄວາມ​ສາ​ມາດໂອມ ​ທີ່​ມີ ຄູ​ ​ຈື່ງເລີ່ມ​ໃຫ້​ມາ​ຊ່ວຍ​ວຽກ​ທີ່​ຮ້ານດອ​ກ​ໄມ້ຂອງ​ຄູໄດ້​ເປີດ​ຢູ່ເມືອງ ​ຜັກ​ໄຮ່  ຈາກນັ້ນກໍມາ​ຮັບ​ງານອອກແບບຈັດດອກໄມ້  ແລະ ງານ​ແຕ່ງດອງ ຈົນກາຍເປັນ​ລາຍ​ໄດ້​ພິ​ເສດ​ຂອງ​ຕົນ​ເອງ ຕັ້ງ​ແຕ່ມໍ 1 . ເຊິ່ງຄອບຄົວຂອງ ໂອມ ອາຊີບຂອງພໍ່​ແມ່​​ໂອມແມ່ນ​ຮັບ​ຈ້າງ​ເກັບ​ຂີ້​ເຫຍື້ອ ສ່ວນ​ແມ່​ຫຍິບ​ຜ້າ ເຊິ່ງເຮັດໃຫ້ລາຍ​ໄດ້​ບໍ່​ໝັ້ນຄົງ ​ຈຶ່ງ​ບໍ່​ພໍ​ສົ່ງ​ລູກ 2 ຄົນ​ຮຽນ ຜູ້ອໍານວຍການໂຮງ​ຮຽນ​ເຫັນເຖິງສະພາບດັ່ງກ່າວ ຈຶ່ງ​ໃຫ້​ແມ່​ນ້ອງ​ໂອມ​ໄປ​ເຮັດ​ວຽກ​ພິ​ເສດ​ຢູ່​ໃນ​ໂຮງ​ຮຽນ​ເປັນ​ລາຍ​ໄດ້​ເສີມ.

ປັດ​ຈຸ​ບັນ​ເອື້ອຍ​ຂອງ​ໂອມ​ຈະ​ເຂົ້າຮຽນມະ​ຫາວິທະ​ໄລ​ແລ້ວ ແຕ່​ແມ່​ກໍບໍ່ມີ​ເງິນ ແລະ  ໂອມ​ກໍໄດ້ຊ່ວຍ​ພໍ່​ແມ່​ອີກ​ທາງ ໂດຍ​ອາ​ໄສ​ຄວາມ​ສາ​ມາດ​ພິ​ເສດ​ໃນ​ການ​ຈັດ​ດອກ​ໄມ້​ແບບ​ຕ່າງໆ ເພື່ອຫາ​ລາຍ​ໄດ້​ໃນ​ວັນ​ພັກຮຽນ. ນອກ​ນີ້​ຍັງ​ເກັບ​ໄວ້​ປົວ​ແມ່​ຕູ້​ໄວ 69 ປີ ຈ່າຍ​ຄ່າ​ໂຮງ​ໝໍ ຄ່າ​ຢາ. ເຖິງວ່າ​ງານ​ຈັດ​ດອກ​ໄມ້​ຈະ​ເຮັດ​ໃຫ້​ໂອມ​ຖືກ​ໝູ່ບູລີ່ວ່າ ບໍ່​ຄື​ຜູ້​ຊາຍ ແຕ່​ກໍບໍ່ໄດ້ເຮັດໃຫ້ ໂອມ ຖໍ້ຖອຍແຕ່ຢ່າງໃດເພາະວ່າ​ໄດ້​ກຳ​ລັງ​ໃຈ​ຈາກ​ແມ່ຕະຫຼອດມາ…

ຂວັນໃຈຂໍເປັນກຳລັງໃຈ ໜຸ່ມນ້ອຍສູ້ຊີວິດຄົນນີ້ ແລະ ເຊື່ອວ່າ ຄົນເຮົາເກີດມາເປັນຄົນ ທຸກຄົນລ້ວນແລ້ວແຕ່ເລືອກເກີດບໍ່ໄດ້ ແຕ່ສາມາດເລືອກທີ່ຈະເປັນໄດ້ ບໍ່ວ່າເຈົ້າຈະເປັນຄົນຮັ່ງມີ ຫຼື ທຸກຈົນ ພຽງແຕ່ເຈົ້າຮູ້ຄຸນຄ່າຂອງຕົວເອງ ແລະ ເລືອກທາງຊີວິດຂອງຕົນໄປຍ່າງມີຄຸນຄ່າ ແລະ ຄຸນນະທໍາ ຊີວິດຂອງເຈົ້າກໍຈະມີແຕ່ຄວາມສຸກ!

ແຫລ່ງຂໍ້ມູນ: ຊຸບຊິບບັນເທີງ

 

 

ແບ່ງປັນ