Breaking News

ນາຍົກ ນິວຊີແລນ ປະກາດສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວ…

ແບ່ງປັນ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ປະກາດວ່າປະເທດຂອງຕົນສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວເນື່ອງຈາກໄດ້ປະຕິຕາມມາດຖະການຄວບຄຸມການແຜ່ລະບາດທີ່ໄດ້ວາງອອກໃນເບື້ອງຕົ້ນທີ່ຜ່ານມາ … ແລະ ຍັງສະແດງຄວາມໝັ່ນໃຈວ່າເຊື້ອໄວຣັສໂຄວິດ-19 ຈະບໍ່ລະບາດໃນຂົງເຂດທີ່ຊຸມນຸມແລ້ວ ເນື່ອງຈາກພົບການຕິດເຊື້ອໃນລະດັບຊຸມຊົນພຽງແຕ່ 0,4 % ເທົ່ານັ້ນ ແລະ ເວົ້າວ່າ ມາດຕະການ ການຈໍາກັດເຊື້ອໄວຣັສໂຄວິດ ບໍ່ໄດ້ມີຄວາມໝາຍພຽງເພາະວ່າບໍ່ມີຜູ້ຕິດເຊື້ອຄົນໃໝ່ ແຕ່ໝາຍເຖິງການບໍ່ຍອມໃຫ້ມີຜູ້ເພີ່ມຂຶ້ນອີກ

New Zealand's prime minster just turned down a huge raise

ນອກຈາກນີ້ ນາຍົກ ນິວຊີແລນ ຍັງມີນະໂຍບາຍອັດສີດເງິນຈໍານວນຫຼາຍກວ່າ 2 ແສນລ້ານໂດລາເພື່ອກະຕຸ້ນເສດຖະກິດຕ່າງໆ ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວຂອງປະເທດ

Lekker Bikes now shipping to New Zealand - Read why we think NZ is ...

ການປະກາດໄຊຊະນະເບື້ອງຕົ້ນ ເຮັດໃຫ້ທາງການນິວຊີແລນ ເດີນໜ້າຜ່ອນຄາຍມາດຕະການ Lock down ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ມີຍາວນານມາ 1 ເດືອນ ໂດຍຫຼຸດລະດັບຄວາມເຂັ້ມງວດຈາກລະດັບ 4 ລົງມາຢູ່ໃນລະດັບ 3 ສົ່ງຜົນໃຫ້ປະຊາຊົນ ນິວຊີແລນ ພາກັນອອກບ້ານອອກເຮືອນຂອງຕົນ ມາຊື້ອາຫານການກິນເປັນຈໍານວນຫຼາຍ

Australia and New Zealand's central banks join coronavirus fight ...

ເຖິງຢ່າງໃດກໍຕາມ ຍັງມີນັກວິຊາການຫຼາຍຄົນອອກມາເຕືອນວ່າ ການຜ່ອນມາດຕະການ Lock down ທີ່ໄວເກີນໄປ ອາດສົ່ງຜົນໃຫ້ເຊື້ອໄວຣັສກັບມາລະບາດອີກຄັ້ງໄດ້…

ທັ້ງນີ້ ນິວຊີແລນຍັງມີຜູ້ຕິດເຊື້ອຢູ່ທີ່  1, 472 ຄົນ ແລະ ເສຍຊີວິດ 19 ຄົນ

ແຫລ່ງຂໍ້ມູນ: Bangkok insight 

ແບ່ງປັນ