Breaking News

ຂ່າວດີ! ຜູ້ປິ່ນປົວພະຍາດໂຄວິດ-19 ກໍລະນີທີ 3 ຢູ່ໂຮງໝໍແຂວງຫຼວງພະບາງກັບບ້ານແລ້ວ…

ແບ່ງປັນ

ຖືໄດ້ວ່າເປັນອີກໜື່ງຂ່າວດີກັນເລີຍກໍວ່າໄດ້ ຫຼ້າສຸດວັນທີ 30 ເມສາ 2020 ຜູ້ປິ່ນປົວພະຍາດໂຄວິດ-19 ທີ່ຍັງເຫຼືອ 1 ຄົນ ເປັນເພດຊາຍ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ ພາຍຫຼັງໄດ້ກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນ 24 ຊົ່ວໂມງ ບໍ່ພົບເຊື້ອ ແລະ ຜູ້ກ່ຽວຈະໄດ້ເມືອຕິດຕາມອາການຢູ່ເຮືອນ.

ในภาพอาจจะมี หนึ่งคนขึ้นไป และ ผู้คนกำลังยืน

ມາຮອດປະຈຸບັນ ຢູ່ ສປປ ລາວ ສາມາດປີ່ນປົວຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຫາຍດີແລ້ວ 8 ຄົນ, ຢູ່ໂຮງໝໍແຂວງຫຼວງພະບາງ 3 ຄົນ ແລະ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 5 ຄົນ, ໝາຍຄວາມວ່າຍັງເຫຼືອແຕ່ຢູ່ໂຮງໝໍມິດຕະພາບ 11 ຄົນ ທີ່ກໍາລັງສືບຕໍ່ປີ່ວປົວ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອຈຶ່ງໃຫ້ ອອກໂຮງໝໍ.

ไม่มีคำอธิบายรูปภาพ

 

ໃນໂອກາດນີ້ຄະນະສະເພາະກິດ ໄດ້ຮຽກຮ້ອງທຸກຄົນ ໃຫ້ມີຄວາມອົດທົນ ພ້ອມກັນຜ່ານຜ່າວິກິດນີ້, ຂໍໃຫ້ບັນດາທ່ານຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະຍາດໂຄວິດ-19 ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ປະເທດຊາດ. ພວກເຮົາຍັງຈະໄດ້ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ນີ້ ຈົນກວ່າຈະຮອດວັນທີ 3 ພຶດສະພາ 2020,  ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງຮ່ວມໄມ້ຮ່ວມມືກັນຈັດ ຕັ້ງປະຕິບັດໃຫ້ຖຶກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດຄືນຄັ້ງທີ 2

ສາມາດເບິ່ງຄລິບວີດີໂອບັນຍາກາດຂອງຜູ້ຕິດເຊື້ອກໍລະນີທີ 3 ອອກໂຮງໝໍໄດ້:

https://www.facebook.com/lpbnews/videos/313381742981356/

 

 

ແບ່ງປັນ