ຫຼັງຈາກທີ່ສະຖານະການໂຄວິດ -19 ໄດ້ແຜ່ລະບາດຢ່າງໜັກ ເຊິ່ງໄດ້ສ້າງຜົນກະທົບໃນຫຼາຍດ້ານຕໍ່ການດຳລົງຊີວິດຂອງຄົນເຮົານສັງຄົມ ເກືອບທຸກປະເທດໄດ້ມີມາດຕະການ Lock down ເພື່ອສະກັັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໂດຍ ຫົວໜ່ວຍທຸລະກິດເກືອບທຸກຂະແໜງໄດ້ປິດຊົ່ວຄາວບໍ່ວ່າຈະເປັນ ບໍລິສັດເອກະຊົນ ໂຮງຈັກໂຮງງານ ຮ້ານຄ້າ… ລວມໄປເຖິງສະຖາບັນການສຶກສາໃນຂອບເຂດທົ່ວປະເທດກໍໄດ້ປິດການຮຽນການສອນຊົ່ວຄາວເຊັ່ນກັນ…
ໃນວັນທີ 5 ພຶກສະພາ 2020 ທີ່ຜ່ານມາ ທ່ານກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນວັນທີ 19 ພຶດສະພາ 2020 ໃກ້ຈະຮອດນີ້ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸຍາດໃຫ້ນັກຮຽນສາມັນສຶກສາປີສຸດທ້າຍຄື ປ 5, ມ4 ແລະ ມ7 ໃນຂອບເຂດທົ່ວປະເທດໄດ້ເປີດການຮຽນການສອນເປັນປົກກະຕິ ຫຼັງຈາກທີ່ໄດ້ປິດການຮຽນການສອນເປັນໄລຍະໜື່ງແລ້ວ ຍ້ອນການລະບາດຂອງພະຍາດໂຄວິດ-19, ເຊິ່ງຄາດວ່າຈະມີນັກຮຽນຫຼາຍກວ່າ 3 ແສນຄົນ ຈະກັບເຂົ້າມາຮຽນ ເພື່ອເລັ່ງທວນຄືນບົດຮຽນ ແລະ ກະກຽມສອບເສັງຈົບຊັ້ນ ສ່ວນຊັ້ນຮຽນອື່ນແມ່ນຈະການພິຈາລະນາຕາມຄວາມເໝາະສົມ ຖ້າການລະບາດຂອງພະຍາດດັ່ງກ່າວສາມາດຄວບຄຸມໄດ້ປົກກະຕິ
ປັດຈຸບັນແມ່ນໄດ້ ໄດ້ແນະນໍາໃຫ້ຄູອາຈານ ສືບຕໍ່ການຜ່ານອອນລາຍ ແລະ ຂະນະດຽວກັນນັ້ນທາງກະຊວງກໍກຳລັງພິຈາລະນາເພື່ອຫາທາງຊ່ວຍເຫຼືອຄູ-ອາຈານທີ່ໄດ້ຮັບຜົນກະທົບໃນຄັ້ງນີ້…
ເປັນແນວໃດນ້ອງໆນັກຮຽນໝົດທຸກຄົນທີ່ກຳລັງຈະເສັງຈົບຊັ້ນບໍ່ວ່າເປັນ ປ 5 ມ4 ແລະ ມ7 ໃກ້ຈະໄດ້ເຂົ້າຮຽນປົກກະຕິກັນແລ້ວ ຕື່ນເຕັ້ນກັນບໍ ໄດ້ມີການກຽມພ້ອມໄປຮອດໃສແລ້ວໃນການສອບເສັງຈົບຊັ້ນໃນຄັ້ງນີ້ ຂວັນໃຈຂໍອວຍພອນໃຫ້ນ້ອງໆທຸກຄົນໂຊກດີໃນການສອບເສັງໃນຄັ້ງນີ້ເດີ!