Breaking News

ຂ່າວດ່ວນ! ນັກວິທະຍາສາດພົບພູມຄຸ້ມກັນທີ່ສາມາດຕ້ານເຊື້ອໄວຣັດໂຄວິດ-19 ໄດ້ແລ້ວ…

ແບ່ງປັນ

ສຳນັກຂ່າວ ເດລີ້ເມວ ຍູເຄ ລາຍງານວ່າ ນັກວິທະຍາສາດພົບພູມຄຸ້ມກັນທີ່ສາມາດຕ້ານການຕິດເຊື້ອ SARS-CoV-2 ເຊື້ອໂຄໂຣນາໄວຣັດທີ່ຢູ່ເບື້ອງຫຼັງວິກິດການໃນໂລກເຮົາຕອນນີ້.

ພູມຄຸ້ມກັນນີ້ມີຊື່ວ່າ 47D11 ໂດຍມີເປົ້າໝາຍໃນການຂ້າເຊື້ອໄວຣັດ ບໍລິເວນ ສະໄປ້ໂປຣຕີນ (Spike Protein) ທີ່ໄປຈັບກັບເຊວ ພາໃຫ້ເກີດການແຜ່ເຊື້ອໄວຣັດໃນຮ່າງກາຍ. ຜົນການທົດລອງກັບໜູພົບວ່າ 47D11 ຈະໄປລວມກັບ ສະໂປ້ໂປຣຕີນໃນຮ່າງກາຍ ແລະ ປ້ອງກັນບໍ່ໃຫ້ມັນໄປຈັບເຊື້ອໄວຣັດເຂົ້າສູ່ເຊວຮ່າງກາຍໄດ້.

ເມື່ອມີລາຍງານເພີ່ມເຕີ່ມຈາກອົງການອະນາໄມໂລກວ່າການຄົ້ນພົບດັ່ງກ່າວສາມາດໃຊ້ໄດ້ແທ້ ກັບປະຊາກອນທົ່ວໂລກໃນການຕ້ານເຊື້ອໄວຣັດໂຄວິດ-19, ທາງທີມງານລາວໂພສຈະແຈ້ງຂ່າວໃຫ້ທາງຮູ້ເພີ່ມເຕີມ.

ແຫຼ່ງທີ່ມາ: Laopost

ແບ່ງປັນ