Breaking News

ອັບເດດຄວາມຄືບໜ້າ 17 ບໍລິສັດທົ່ວໂລກທີ່ກຳລັງຮີບດ່ວນຄົ້ນຄິດວັກຊິນ ແລະ ຢາປີ່ນປົວໂຄວິດ-19…

ແບ່ງປັນ

ເປັນທີ່ຮູ້ດີກັນແລ້ວວ່າ COVID-19 ຍັງບໍ່ມີຢາຮັກສາໂດຍກົງ ແຕ່ການຮັກສາຈະເປັນຕາມອາການ ແລະ ປະຄັບປະຄອງເພື່ອໃຫ້ຜູ້ປ່ວຍຟື້ນຟູລະບົບການຫາຍໃຈໄດ້ເອງ ນີ້ຈື່ງເຮັດໃຫ້ COVID-19  ກາຍເປັນພະຍາດຮ້າຍແຮງທີ່ມີໂອກາດຂ້າຊີວິດຜູ້ຄົນເປັນຈໍານວນຫຼາຍ ປັດຈຸບັນມີການພະຍາຍາມຄິດຄົ້ນຫາຢາຮັກສາພະຍາດເພື່ອຢຸດການແຜ່ລະບາດຂອງ COVID-19 ທີ່ມີ ຍັງຄົງມີແນວໂນ້ມການລະບາດສູງ

ອີກແນວທາງທີ່ນ່າສົນໃຈຄືການສ້າງວັກຊິນ ແລະ ຢາຮັກສາ (Treatment)” ເຊິ່ງບໍ່ແມ່ນຢາຮັກສາພະຍາດ Coronavirus ໂດຍປັດຈຸບັັນມີຫຼາຍບໍລິສັດຄິດຄົ້ນວັກຊິນ ແລະ ຢາຮັກສາ (Treatment) ເຫຼົ່ານີ້ສໍາລັບ ວັກຊິນ ຄືການນໍາເຊື້ອຢ່າງອອ່ອນໃສ່ເຂົ້າໄປໃນຮ່າງກາຍເພື່ອໃຫ້ພູມຄຸ້ມກັນຮ່າງກາຍ ຮູ້ຈັກ ແລະ ຮຽນຮູ້ວິທີການຈໍາກັດເຊື້ອເຫຼົ່ານີ້ ຫາກໃນອະນາຄົດເຊື້ອເຫຼົ່ານີ້ເຂົ້າສູ່ຮ່າງກາຍ ລະບົບຄຸ້ນກັນຈະເຮັດການຈໍາກັດໂດຍອັດຕະໂນມັດ

Johnson & Johnson ทุ่ม 3.2 หมื่นล้านบาท พัฒนาวัคซีน COVID-19 หวัง ...

ສ່ວນຢາຮັກສາ ຕ້ອງທໍາຄວາມເຂົ້າໃຈກ່ອນວ່າບໍ່ມີຢາຮັກສາ ແຕ່ເປັນຢາທີ່ມີໜ້າທີ່ເຂົ້າໄປຢຸດຢັ້ງການແຜ່ກະຈາຍຊົ່ວຄາວ ຫຼື ເຮັດໃຫ້ການແບ່ງຕົວຂອງເຊື້ອໄວຣັສຊ້າລົງ ເພື່ອໃຫ້ໂອກາດກັບພູມຄຸ້ມກັນໃນຮ່່າງກາຍໄດ້ຮຽນຮູ້ ແລະ ຮູ້ຈັກເຊື້ອນັ້ນ ກ່ອນທີ່ພູມຄຸ້ມກັນໃນຮ່າງກາຍຈະເລີ່ມຈໍາກັດເຊື້ອເຫຼົ່ານັ້ນ ກ່ອນທີ່ພູມຄຸ້ນກັນໃນຮ່າງກາຍຈະເລີ່ມກຳຈັດເຊື້ອເຫຼົ່ານັ້ນໃຫ້ໝົດໄປ ເປັນໜື່ງຮູບແບບຂອງການຮັກສາໃນປັດຈຸບັນ ແຕ່ອາດຈະຕ້ອງໃຊ້ໄລຍະເວລານານກວ່າການໃຊ້ຢາຮັກສາໂລກທີ່ເນັ້ນເຂົ້າໄປກໍາຈຈັດເຊື້ອໂດຍກົງ

การพัฒนาวัคซีน โควิด-19 วันนี้ไปถึงไหน??

ເຮົາມາເບິ່ງນໍາກັນວ່າ 17 ບໍລິສັດໃນປັດຈຸບັນທີ່ກຳລັງຜະລິດຢາຮັກສາ (Treatment) ແລະ ວັກຊີນໄປຮອດໃສກັນແລ້ວ

ຊື່ບໍລິສັດ ຊື່ຢາ ປະເພດ ຂັ້ນຕອນການຜະລິດ
1 BioNTech SE และ Pfizer Inc. BNT162 ວັກຊີນ ຄັດເລືອກໂມເລກຸນ ແລະ ການອອກລິດ(Preclinical)
2 CytoDyn Inc. leronlimab ຢາຮັກສາ (Treatment) ສຶກສາໃນອາສາສະມັກທີ່ຕິດເຊື້ອໂລກຈໍານວນໜ້ອຍ (Phase 2 clinical trial)
3 Dynavax Technologies Corp. ແພດຟອມສໍາຫຼັບຜະລິດວັກຊີນ
4 Gilead Sciences Inc. remdesivir ຢາຮັກສາ  (Treatment) ສຶກສາໃນອາສາສະມັກທີ່ຕິດເຊື້ອໂລກຈໍານວນຫຼາຍ (Phase 3 clinical trial) ຄາດຮູ້ຜົນເດືອນນີ້
5 GlaxoSmithKline AS03 Adjuvant System ແພດຟອມສໍາຫຼັບຜະລິດວັກຊີນ
6 Heat Biologics Inc.  ວັກຊີນ ຄັດເລືອກໂມເລກຸນ ແລະ ການອອກລິດ(Preclinical)
7 Inovio Pharmaceuticals Inc. INO-4800  ວັກຊີນ ຄັດເລືອກໂມເລກຸນ ແລະ ການອອກລິດ(Preclinical) ເລີ່ມທົດລອງແລ້ວ
8 Johnson & Johnson TBD ວັກຊີນ ເລີ່ມທົດລອງພາຍໃນທ້າຍປີນີ້
9 Moderna Inc. mRNA-1273  ວັກຊີນ ສຶກສາໃນອາສາສະມັກທີ່ຕິດເຊື້ອໂລກຈໍານວນໜ້ອຍ  (Phase 1 clinical trial) ຄາດຮູ້ຜົນເດືອນມີນາ ປີ 2021
10 Novavax Inc. ວັກຊີນ ຄັດເລືອກໂມເລກຸນ ແລະ ການອອກລິດ(Preclinical)
11 Regeneron Pharmaceuticals Inc. ຢາຮັກສາ (Treatment) ຄັດເລືອກໂມເລກຸນ ແລະ ການອອກລິດ (Preclinical) ເລີ່ມທົດລອງ ສິງຫານີ້
12 Regeneron Pharmaceuticals และ Sanofi Kevzara  ຢາຮັກສາ (Treatment)  ສຶກສາໃນອາສາສະມັກທີ່ຕິດເຊື້ອໂລກຈໍານວນຫຼາຍ (Phase 3 clinical trial)
13 Roche Holding AG Actemra  ຢາຮັກສາ (Treatment)  ສຶກສາໃນອາສາສະມັກທີ່ຕິດເຊື້ອໂລກຈໍານວນຫຼາຍ (Phase 3 clinical trial)
14 Sanofi และ Translate Bio Inc. ວັກຊີນ ຄັດເລືອກໂມເລກຸນ ແລະ ການອອກລິດ(Preclinical)ເລີ່ມທົດລອງ Phase 1 ຊ່ວງເດືອນມີນາ-ສິງຫາ 2021
15 Takeda Pharmaceutical Company Ltd. TAK-888 ຢາຮັກສາ(Treatment)  ຄັດເລືອກໂມເລກຸນ ແລະ ການອອກລິດ (Preclinical)
16 Vaxart Inc. ວັກຊີນ ຄັດເລືອກໂມເລກຸນ ແລະ ການອອກລິດ (Preclinical)
17 Vir Biotechnology Inc. และ Biogen Inc. ຢາຮັກສາ(Treatment) ຄັດເລືອກໂມເລກຸນ ແລະ ການອອກລິດ (Preclinical)

ແຫລ່ງຂໍ້ມູນ: MarketWatch, ຫນັງສື Beating COVID-19 

 

ແບ່ງປັນ