Breaking News

ສຸດຍອດໄປເລີຍ!! ນັກສຶກສາລາວໃນຕ່າງປະເທດ ຊ່ວຍເຫຼືອຄົນໂດດນໍ້າໃຫ້ພົ້ນຈາກຄວາມຕາຍ ປະຊາຊົນແຫ່ຊົມເຊີຍ-ພາກລັດມອບໃບຍ້ອງຍໍ…

ແບ່ງປັນ

ຄວາມດີຢູ່ທີ່ໃຈ ບໍ່ວ່າຈະຢູ່ໃສ ສະຖານະການໃດກໍສາມາດເຮັດໄດ້ ຄືກັບເລື່ອງລາວຂອງໜຸ່ມນັກສຶກສາລາວຄົນນີ້ ທີ່ຮຽນຢູ່ທີ່ປະເທດຫວຽດນາມ ທີ່ໄດ້ຕັດສິນໃຈຊ່ວຍເຫຼືອຊາຍໄວກາງຄົນທີ່ກໍາລັງຂ້າຕົວຕາຍໄດ້ສໍາເລັດ ຈົນກາຍເປັນກະແສຮືຮາ ແລະ ໄດ້ຮັບຄວາມສົນໃຈຫຼາຍຢູ່ທີ່ປະເທດຫວຽດນາມ… ເຫດການດັ່ງກ່າວແມ່ນເກີດຂຶ້ນຢູ່ທີ່ປະເທດຫວຽດນາມ ຕັ້ງແຕ່ວັນທີ 1 ພຶດສະພາ 2020 ທີ່ໄດ້ມີການເຜີຍແຜ່ ຄຣິບ VDO ຜ່ານທາງໂລກອອນລາຍທີ່ປະເທດຫວຽດນາມ ໃນ VDO ດັ່ງກ່າວແມ່ນຈະເຫັນວ່າ ມີຊາຍໄວກາງຄົນ 1 ຄົນກະໂດດນໍ້າຫວັງຈະຂ້າຕົວຕາຍ ແຕ່ໂຊກດີທີ່ນັກສຶກສາລາວຂັບຄົນມາເຫັນພໍດີເລີຍຕັດສິນໃຈໂດດລົງໄປຊ່ວຍໂດຍການດຶງຄໍເສື້ອເຂົ້າມາຫາຝັ່ງ ແຕ່ກໍຄ້ອນຂ້າງຈະຫຍຸ້ງຍາກແດ່ ແລະໂຊກດີທີ່ມີເຮືອປະມົງຜ່ານມາຈຶ່ງຊ່ວຍກັນເອົາຊາຍຄົນດັ່ງກ່າວຂຶ້ນຝັ່ງໄດ້ສໍາເລັດ…

ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປບໍ່ດົນກໍເກີດເປັນກະແສຮືຮາ ຫຼາຍຄົນກໍໄປຊອກຄົ້ນຫາປະຫວັດຂອງນັກສຶກສາລາວຜູ້ມີຈິດໃຂກ້າຫານ ຈົນໄດ້ຮູ້ວ່າ  ຮີໂຣ່ຄົນນັ້ນມີຊື່ວ່າ ທ້າວ ວົງຍະສອນ ຫຼືມິນນີ່ ອາຍຸ 22 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ຄະນະວິທະຍາສາດ ສິ່ງແວດລ້ອມ ປີ 2. ແລະ ມິນນີ່ກໍໄດ້ຮັບຄວາມຍ້ອງຍໍ-ຊົມເຊີຍ ພ້ອມທັງຄວາມຂອບໃຈຈາກປະຊາຊົນລາວ ແລະ ຫວຽດນາມຢ່າງຫຼວງຫຼາຍ. ຫຼ້າສຸດວັນທີ 2 ພຶດສະພາທີ່ຜ່ານມາ ຜູ້ອໍານວຍການໃຫຍ່ໂຮງໝໍຮາຕິ່ງ ຫວຽດນາມ ກໍໄດ້ມອບໃບຍ້ອງຍໍ ພ້ອມກັບເງິນເພື່ອສັນລະເສີນຄວາມເກັ່ງກ້າສາມາດຂອງ ມິນນີ່ ເປັນຈໍານວນເງິນ 5.000.000 ດົ້ງ…. ແນວໃດຂວັນໃຈກໍຂໍສະແດງຄວາມຊົມເຊີຍ ໜຸ່ມມິນນີ່ຫຼາຍໆເດີ້ກັບຄວາມກ້າຫານໃນຄັ້ງນີ້ ແລະ ຂໍໃຫ້ຮັກສາມູນເຊື້ອຄວາມດີ ເປັນມາກຜົນທີ່ດີຂອງຊາດລາວເຮົາຕະຫຼອດໄດ້ເດີ້!!!

ຮູບພາບຈາກ: Tminee Vongyasone

ແບ່ງປັນ