Breaking News

ຜູ້ນໍາ ສ.ອາເມຣິກາ ສັ່ງໃຫ້ຫຼຸດຜ່ອນມາດຕະການ Lockdown ຫຼັງປະຊົນປະທ້ວງໜັກ!! “ຜູ້ຊ່ຽວຊານປະທ້ວງຍັງບໍ່ຮອດເວລາທີ່ເໝາະສົມ ນັກວິຍາສາດເຕືອນການລະບາດຍັງບໍ່ທັນຮອດຈຸດສູງສຸດ”

ແບ່ງປັນ

ວັນທີ 6 ພຶດສະພາ บีบีซี ລາຍງານຄວາມຄືບໜ້າຂອງຄວາມພະຍາຍາມຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ຢູ່ທີ່ ສ.ອາເມຣິກາ ໃນຖານະຊາດທີ່ມີຍອດຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ. ຫຼ້າສຸດປະທານາທິບໍດີ ໂດນັລ ທຣັ້ມ ຜູ້ນໍາສູງສຸດຂອງ ສ. ອາເມຣິກາ ເຊິ່ງມີຈຸດຢືນຕໍ່ຕ້ານມາດຕະການ Lock down ຈາກບັນດາແພດ ແລະ ນັກວິທະຍາສາດ ກຽມຫຼຸດຈໍານວນພະນັກງານເຮັດວຽກສະເພາະກິດ ເພື່ອຮັບມືກັບ Covid-19 ພາບໃນອີກບໍ່ເທົ່າໃດອາທິດທາງໜ້າ ທ່າມກາງສຽງທັກທ້ວງຈາກຜູ້ຊ່ຽວຊານເຖິງການທະຍອຍຫຼຸດຜ່ອນມາດຕະການ Lock Down ເນື່ອງຈາກຍັງບໍ່ແມ່ນເວລາທີ່ເໝາະສົມ…

ການເຄື່ອນໄຫວຂອງ ຜູ້ນໍາສ.ອາເມຣິກາ ເກີດຂຶ້ນຫຼັງມີການຊຸມນຸມປະທ້ວງຂອງຊາວ ອາເມຣິກາ ຈໍານວນຫຼາຍໃນລັດທີ່ເບິ່ງວ່າ ຄໍາສັ່ງ Lock Down  ແລະ ການບັງຄັບໃຫ້ໃສ່ໜ້າຜ້າອັດປາກ-ດັງ ແມ່ນລະເມີດສິດຂັ້ນພື້ນຖານລັດຖະທໍາມະນູນຂອງ ສ. ອາເມຣິກາ ເຖິງວ່າ ສ. ອາເມຣິກາຈະມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດຫຼາຍເຖິງ 20,000 ຄົນ ແລະ ເສຍຊີວິດຫຼາຍກວ່າ 1,000 ຄົນໃນຮອບ 24 ຊົ່ວໂມງ ກໍຕາມ.

ໃນລະຫວ່າງການມາຢ້ຽມຢາມໂຮງງານຜ້າອັດປາກ-ດັງ ທີ່ເມືອງຟີນິກ ລັດຣິໂຊນາ ປະທານາທິບໍດີ ທຣັ້ມໄດ້ກ່າວວ່າ ຈະນໍາເອົາປະເທດຂອງທຸກຄົນກັບມາ ສ່ວນຄະນະການເຮັດວຽກສະເພາະກິດເພື່ອຮັບມືພະຍາດ Covid-19 ເຊິ່ງມີ ທ່ານໄມ້ ເພນຊ໌ ຮອງປະທານາທິບໍດີເປັນຫົວໜ້າ ປະຕິບັດໜ້າທີ່ຢ່າງສົມບູນແລ້ວ ໂດຍຈະປັບປ່ຽນຍຸດທະສາດສູ່ການທະຍອຍຄາຍ Lock Down ແຕ່ຖືກວິພາກວິຈານວ່າ ຜູ້ນໍາສ.ອາເມຣິກາ ເມີນເສີຍຕໍ່ຄວາມເດືອດຮ້ອນຂອງລະບົບສາທາລະນະສຸກທີ່ຕ້ອງແບກຮັບວິກິດຄັ້ງນີ້ ແລະ ມຸ່ງໜ້າຟື້ນຟູເສດຖະກິດກ່ອນການເລືອກຕັ້ງຜູ້ນໍາ ສ.ອາເມຣິກາ ໃນເດືອນ ພຶດສະພານີ້.

ຜູ້ຊ່ຽວຊານດ້ານລະບາດວິທະຍາເບິ່ງວ່າ ການລະບາດໃນ ສ.ອາເມຣິກາ ຍັງບໍ່ທັນເຖິງຈຸດສູງສຸດ ແລະ ການຫຼຸດຜ່ອນມາດຕະການໄວເກີນໄປ ອາດຈະເຮັດໃຫ້ໄວຣັສໂຄໂຣນ່າສາຍພັນຊາຣ໌ສ 2 ກັບມາລະບາດອີກຄັ້ງ…

ດ້ານອົງການອະນາໄມໂລກທະວີບອາເມຣິກາ ຫຼື PAHO ເຕືອນບັນດາລັດຖະບານໃນທະວີບອາເມຣິກາກາງ ແລະໃຕ້ວ່າ ການຫຼຸດຜ່ອນມາດຕະການ Lock Down ຈະຕ້ອງດໍາເນີນຢ່າງຮັດກຸມ ແລະ ຄ່ອຍເປັນຄ່ອຍໄປ ເນື່ອງຈາກ ອັດຕາການແຜ່ລະບາດຂອງໄວຣັສຍັງສູງຢູ່ ໂດຍສະເພາະໃນ ບຣາຊີລ, ເອກວາດໍ, ຊີລີ ແລະ ແມັກຊີໂກ.

Cr: Khaosod 

ແບ່ງປັນ