Breaking News

ມາເບິ່ງ!! ສຸດຍອດວິທີຮັບມືກັບໂຄວິດ-19 ຂອງວີລະສະຕີແຫ່ງຍຸກ ກັບ 7 ຜູ້ນໍາຍິງຄົນເກັ່ງນໍາພາປະເທດໃຫ້ລອດພົ້ນຈາກວິີກິດຄັ້ງນີ້ໄດ້ສໍາເລັດ…

ແບ່ງປັນ

 ວາລະສານຟຣອບໄດ້ຂຽນໃນບົດຄວາມ “What Do Countries With The Best Coronavirus Responses Have In Common? Women Leaders” ຫຼື ສິ່ງທີ່ປະເທດຮັບມືກັບໄວຣັສໂຄໂຣນາໄດ້ດີທີ່ສຸດມີຄືກັນຄື ຜູ້ນໍາຍິງ ໂດຍມີເນື້ອຫາຊື່ນຊົມຜູ້ນໍາຍິງຈາກ 7 ປະເທດ ທີ່ສາມາດອອກມາດຕະການຮອງຮັບກະແສລະບາດຂອງໂຄວິດ-19 ໄດ້ຢ່າງມີປະສິດທິພາບ. 

ຟອບສ໌ ກ່າວເຖິງຄວາມໂດດເດັ່ນໃນການຮັບມືກັບສະຖານະການລະບາດຂອງຜູ້ນໍາຍິງເຫຼົ່ານີ້ວ່າ Angela Dorothea Merkel ນາຍົກລັດຖະມົນຕີເຢຍລະມັນ ຖະແຫຼງຜ່ານໂທລະພາບດ້ວຍຄໍາເວົ້າທີ່ຈິງໃຈ ແລະ ມີທີ່ສຸຂຸມ ເຖິງສະຖານະການລະບາດທີ່ຄາດວ່າອາດຈະມີປະຊາຊົນຫຼາຍກວ່າ 70% ຕິດເຊື້ອ ແລະ ເລືອກໃຊ້ຄໍາທີ່ຈິງຈັງເຊັ່ນ “ນີ້ເປັນເລື່ອງຈິງຈັງ ທີ່ເຮົາທຸກຄົນຕ້ອງຮັບມືກັບມັນຢ່າງຈິງຈັງເຊັ່ນດຽວກັນ” ລວມໄປເຖິງການທີ່ເຢຍລະມັນສາມາດນໍາປະຊາຊົນທັງປະເທດ ທີ່ເຂົ້າຄ່າຍຕິດເຊື້ອ ເຂົ້າຮັບການກວດເຊື້ອໄດ້ຢ່າງທັນເວລາ ຈື່ງສົ່ງຜົນໃຫ້ເຢຍລະມັນເຖິງຈະມີຜູ້ຕິດເຊື້ອສູງ ແຕ່ອັດຕາການເສຍຊີວິດຖືວ່າໜ້ອຍກວ່າປະເທດເພື່ອນບ້ານໃນກຸ່ມສະຫະພາບເອີຣົບ (ອີຢູ) ດ້ວຍກັນ.

อังเกลา แมร์เคิล นายกรัฐมนตรีหญิงเยอรมัน ผงาดขึ้นเป็นผู้นำ "โลก ...

ໃນຂະນະທີ່ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ບໍ່ພຽງແຕ່ໃຊ້ມາດຕະການປິດປະເທດຂັ້ນສູງສຸດເປັນເວລາ 1 ເດືອນເພື່ອປ້ອງກັນການລະບາດເທົ່ານັ້ນ ຜູ້ນຳຍິງຄົນນີ້ຍັງມີວິທີການສື່ສານທີ່ເຂົ້າເຖິງປະຊາຊົນໄດ້ງ່າຍ ແລະ ໂດຍກົງຕໍ່ສາທາລະນະຊົນໂດຍການ “ຖ່າຍທອດສົດ” ຜ່ານທາງເຟສບຸກສ່ວນຕົວ. ເປີດໃຫ້ປະຊາຊົນຖາມຄຳຖາມທີ່ສົງໄສ ກ່ອນທີ່ຈະໃຊ້ມາດຕະການປິດປະເທດ.

ประชาไท Prachatai.com

 

ປະທານາທິບໍດີໄຕ້ຫວັນ Ching-ing Wen ສາມາດນຳໃຊ້ມາດຕະການທີ່ເດັດຂາດ ສັ່ງໃຫ້ລົງໂທດຜູ້ທີ່ລະເມີດກົດໝາຍຄວບຄຸມພະຍາດ. ລວມທັງການຂັດຂວາງການເດີນທາງລະຫວ່າງຈີນ ແລະ ໄຕ້ຫວັນນັບຕັ້ງແຕ່ການເລີ່ມຕົ້ນຂອງການລະບາດ; ຕັ້ງແຕ່ໄຕ້ຫວັນໄດ້ຮຽນຮູ້ບົດຮຽນຈາກ SARS ຈຶ່ງເຮັດໃຫ້ຫຼ້າສຸດ ໄຕ້ຫວັນ ບໍ່ມີລາຍງານຜູ້ຕິດເຊື້ອໃໝ່ ເປັນຄັ້ງທໍາອິດໃນຮອບ 36 ວັນ.

ไช่ อิงเหวิน - วิกิพีเดีย

ສ່ວນປະເທດ ໄອສແລນ ພາຍໃຕ້ການນຳພາຂອງນາຍົກລັດຖະມົນຕີ ທ່ານນາງ Kathrin ເລືອກທີ່ຈະໃຫ້ພົນລະເມືອງທຸກຄົນ ເຂົ້າກວດເບິ່ງເຊື້ອໄວຣັດ Covid-19 ໄດ້ແບບບໍ່ເສຍຄ່າໃຊ້ຈ່າຍເລີຍ ນອກນັ້ນຍັງມີລະບົບຕິດຕາມທີ່ເຄັ່ງຄັດ ເຮັດໃຫ້ບໍ່ຈຳເປັນຕ້ອງ Lockdown ຫຼືໂຮງຮຽນປິດ

INTERVIEW WITH KATRÍN JAKOBSDÓTTIR, PRIME MINISTER OF ICELAND ...

ທ່ານນາງ Sanna Marin ນາຍົກລັດຖະມົນຕີຟິນແລນ ໃຊ້ມາດຕະການຫ້າມບໍ່ໃຫ້ປະຊາຊົນທີ່ເຮັດວຽກຢູ່ໃນຕົວເມືອງ ກັບຖິ່ນຖານຂອງຕົນເອງ ແລະ ມີນະໂຍບາຍໃຫ້ທຶນ (ຈ່າຍເງິນໃຫ້ພະນັກງານແທນເຈົ້າຂອງທຸລະກິດ) ກັບຫົວໜ່ວຍທຸລະກິດທີ່ຖືກຜົນກະທົບຈາກວິກິດ ໂຄວິດ-19.

ซานนา มาริน' จาก 'เด็กไร้ตัวตน' สู่ 'นายกฯ อายุน้อยสุดในโลก' - The ...

ທາງດ້ານຜູ້ນຳຂອງປະເທດ ນໍດິກ ຄື ທ່ານນາງ Erna Sulberg ແຫ່ງປະເທດເວ ແລະ ທ່ານນາງ Metet Frederick ນາຍົກລັດຖະມົນຕີເດັນມາກ ເຊິ່ງນອກຈາກຈະໃຫ້ຂໍ້ມູນແກ່ປະຊາຊົນທົ່ວໄປແລ້ວ ຜູ້ ນຳທັງສອງປະເທດນີ້ ຍັງໃຊ້ວິທີການສື່ສານໂດຍກົງກັບເດັກນ້ອຍນໍາອີກ. ໂດຍການເປີດໃຫ້ຊາວໜຸ່ມທົ່ວປະເທດ ຕອບຄຳຖາມທີ່ສົງໄສກ່ຽວກັບໄວຣັສ Corona ເພື່ອສ້າງຄວາມເຂົ້າໃຈໃຫ້ຄືກັນກັບການໃຫ້ຂໍ້ມູນແກ່ຜູ້ໃຫຍ່.

ທ່ານນາງ Mette Frederiksen ນາຍົກລັດຖະມົນຕີເດນມາກ

SAd Girl ? (@vousrosevoyez43) | Twitter

ແບ່ງປັນ