Breaking News

ນ່າຮັກຫຼາຍ!! ສະແດງຄວາມຍິນດີນໍາ ພໍ່ບີ້-ແມ່ກຸບກິ້ບ ເກີດລູກສາວຄົນທີ່ 2 ນ້ອງເປົ່າເປ້ ນ້ອງສາວເປົາເປົາ…

ແບ່ງປັນ

ບີ້ ທະລັດສະພາກ ແລະ  ກຸບກີ້ບ ສຸມົນທິບ ຄູ່ຜົວເມຍຄົນດັງວົງການບັນເທິງໄທ ເຊິ່ງທັງສອງ  ເປັນດາລາ-ນັກຮ້ອງ-ນັກສະແດງ ແຖວໜ້າຂອງປະເທດ  ຜ່ານມາ ໝຸ່ມບີ້ ແລະ ສາວກຸບກີ້ບກໍໄດ້ມີຜົນງານຫຼາກຫຼາຍອອກມາໃຫ້ເຮົາໄດ້ຕິດຕາມນໍາກັນຢູ່ເລື້ອຍໆ ໂດຍໜຸ່ມບີ້ ເປັນທັງນັກຮ້ອງ-ນັກສະແດງທີ່ມີຜົນງານທັງພາຍໃນປະເທດໄທ ແລະ ຕ່າງປະເທດເອີ້ນໄດ້ວ່າເປັນອີກຄົນທີ່ ໄດ້ໂກອິນເຕີ ໄປສ້າງຊື່ສຽງຢູ່ຕ່າງປະເທດໂດຍສະເພາະໃນເຂດດິນແດນແຫ່ງມັງກອນ ປະເທດຈີນນັ້ນເອງ ແລະ ສາວກຸບກີ້ບ ກໍເປັນດາລາສາວອີກຄົນທີ່ຜົນງານການສະແດງອອກມາໃຫ້ໄດ້ຕິດຕາມຢູ່ສະເໜີບໍ່ວ່າຈະເປັນເລື່ອງ ເກມຮ້າຍ ເກມຮັກ, ເລ່ລັບສະຫຼັບຮ່າງ ແລະ ອີກຫຼາຍໆເລື່ອງ… ທັງສອງໄດ້ຄົບຫາເບິ່ງໃຈກັນ ແລະ ຕັດສິນໃຈແຕ່ງງານນໍາກັນ ແລະ ມີພະຍານຮັກມາແລ້ວຄົນໜື່ງນັ້ນກໍຄື ນ້ອງເປົາເປົາ  ທີ່ກຳລັງຢູ່ໃນໄວທີ່ນ່າຮັກ ແລະ ຍັງເປັນຂວັນໃຈຂອງແຟນຄັບທັງປະເທດ ລວມທັງແອັດນໍາ!

bie-paopao-05

paopao-sisbro-04

ຫຼ້າສຸດພັນລະຍາສາວຄົນງາມ ກຸບກິ້ບ ກໍໄດ້ເກີດລູກສາວຄົນທີ່ 2 ຕອນເຊົ້າຂອງມື້ນີ້ວັນທີ 8 ພຶດສະພາ 2020 ໂດຍໃສ່ຊື່ວ່າ ເດັກຍິງ ລາລິນ່າ ແລະ ມີຊື່ຫຼີ້ນວ່ານ້ອງ ເປົ່າເປ້ ນໍ້າໜັກ 3,060 ກຣາມ ທີ່ໂຮງໝໍບໍາລຸງສີລິລາດ ໂດຍເກີດແບບທໍາມະຊາດ ເຮົາມາເບິ່ງນໍາກັນວ່າຈະນ່າຮັກພຽງໃດ…

ເປັນວິນາທີເຮັດໃຫ້ຜູ້ເປັນພໍ່ ແລະ ຜູ້ເປັນແມ່ນໍ້າຕາໄຫຼດ້ວຍຄວາມປິຕິໃຈ

ຂວັນໃຈ ຂໍສະແດງຄວາມຍິນດີນໍາ ໝຸ່ມບີ້ ແລະ ສາວກຸບກີ້ບເດີ້ທີ່ໄດ້ລູກສາວຄົນສອງແລ້ວ ແຖມຍັງນ່າຮັກນໍາອີກ

ແບ່ງປັນ