Breaking News

ຢາກໃຫ້ຜູ້ຊາຍຄິດໄດ້ແບບ Mark Zuckerberg… “ຄວາມງາມຈາກພາຍນອກຈະຫຼຸດລົງຕາມອາຍຸ ແຕ່ຄວາມຈາກພາຍໃນຈະເພີ່ມຂຶ້ນຕາມອາຍຸ ຂ້ອຍຈຶ່ງເລືອກສິ່ງທີ່ມີຄຸນຄ່າເພີ່ມຂຶ້ນສະເໝີບໍ່ແມ່ນຫຼຸດລົງ”

ແບ່ງປັນ

ຖ້າເວົ້າເຖິງຊື່ Mark Zuckerberg ເຊື່ອວ່າຄົງບໍ່ມີໃຜທີ່ບໍ່ຮູ້ຈັກ ຫຼືຖ້າບໍ່ຮູ້ຈັກຊື່ ແລະໃບໜ້າກໍຈະຕ້ອງຮູ້ຈັກໃນນາມຜູ້ກໍ່ຕັ້ງ Facebook ຢ່າງແນ່ນອນ. Mark Zuckerberg ຂຶ້ນແທ່ນເປັນມະຫາເສດຖີອັນດັບຕົ້ນໆຂອງໂລກ ແລະ ເປັນຜູ້ທີ່ປະສົບຄວາມສໍາເລັດແຕ່ອາຍຸທີ່ຍັງນ້ອຍຫຼາຍຄົນໜຶ່ງ… ແຕ່ທີ່ຜ່ານມາເຮົາມັກຈະເຫັນເພິ່ນໃນ Look ຂອງຜູ້ປະສົບຄວາມສໍາເລັດທີ່ອອກມາໃຫ້ຄໍາເຫັນກ່ຽວກັບແຮງບັນດານໃຈຕ່າງໆໃນການເຮັດທຸລະກິດ ແຕ່ແນ່ນອນວ່າ ຄຽງຄູ່ກັບຄວາມປະສົບຜົນສໍາເລັດໃນວຽກງານນັ້ນ ສິ່ງໜຶ່ງທີ່ຂາດອີກບໍ່ໄດ້ ກໍຄືຄວາມສໍາເລັດໃນຊີວິດຄອບຄົວ

Mark Zuckerberg ແຕ່ງງານກັບສາວຊາວຈີນສ້າງຄອບຄົວທີ່ໜ້າຮັກ ແລະ ອົບອຸ່ນຫຼາຍ… ແຕ່ກໍຍັງມີຄໍາຖາມຫຼວງຫຼາຍຈາກສັງຄົມທີ່ Mark Zuckerberg ຫຼີກລ່ຽງບໍ່ໄດ້ກ່ຽວກັບເມຍຊາວຈີນຂອງລາວ ເພາະຫຼາຍຄົນນັ້ນເບິ່ງວ່າ ສາວຄົນນີ້ຮູບຮ່າງ, ໜ້າຕາບໍ່ຄ່ອຍງາມ ບໍ່ສົມກັບມະຫາເສດຖີໜຸ່ມເລືອກມາເປັນເມຍເລີຍ!! ແລະໃນທີ່ສຸດ Mark Zuckerberg ກໍໄດ້ອອກມາຕອບຄໍາຖາມກ່ຽວກັບເມຍຂອງລາວວ່າ:

ມີຫຼາຍຄົນຖາມຂ້ອຍ ເປັນຫຍັງເຈົ້າຈຶ່ງເລືອກເມຍຊາວຈີນທີ່ບໍ່ງາມ? ເພາະຄວາມຈິງຂ້ອຍສາມາດຊອກຫາແຟນທີ່ງາມກວ່ານີ້ໄດ້ງ່າຍໆ?  Mark ໄດ້ຕອບວ່າ ຂ້ອຍຈະຖາມຄືນວ່າຄວາມງາມ ແລະບໍ່ງາມຂອງແມ່ຍິງນັ້ນແມ່ນຫຍັງ? ຄວາມຈິງແລ້ວ, ຂ້ອຍມີໂອກາດພົບແມ່ຍິງທີ່ສວຍງາມຫຼາຍໃນຊີວິດ ທີ່ຕ້ອງການໃຊ້ຊີວິດຮ່ວມກັບຂ້ອຍ ແຕ່ຜູ້ຍິງງາມໆເຫຼົ່ານັ້ນຫົວໃຈເຂົາປຽບດັ່ງແກ້ວ (ບອບບາງຫຼາຍ) ⁣⁣ເຊິ່ງຈຸດປະສົງຂອງພວກເຂົາ ຕ້ອງການຄົບກັບຂ້ອຍເພື່ອຍົກລະດັບຕົວເອງໃຫ້ເບິ່ງສວຍງາມ ມີລາຄາ ຄືກັບການ⁣⁣ຢາກມີເຄື່ອງບິນແຈ໊ສສ່ວນຕົວປະມານນີ້ ເຊິ່ງນີ້ແມ່ນຄວາມຕ້ອງການຂອງແມ່ຍິງທີ່ຢາກຄົບກັບຄົນຮັ່ງມີທີ່ຂ້ອຍພົບມາ. ແຕ່ເຖິງແມ່ນວ່າແມ່ຍິງເຫຼົ່ານີ້ ຈະມີພາຍນອກງົດງາມຫຼາຍ ແຕ່ຖ້າຫົວໃຈຂອງລາວຍັງເປັນແບບນີ້⁣⁣ ແນ່ນອນວ່າ, ພາຍໃນ ແລະ ຈິດວິນຍານເລິກໆຂອງລາວອາດຈະບໍ່ງາມ ຫຼືເວົ້າງ່າຍໆຄືບໍ່ສະອາດ. ມີຄຳສຸພາສິດຂອງຈີນທີ່ເວົ້າວ່າ ຄວາມງາມພາຍນອກຈະຫຼຸດລົງຕາມອາຍຸ ແຕ່ຄວາມງາມທີ່ມາຈາກພາຍໃນເພີ່ມຂື້ນຕາມອາຍຸ”⁣⁣ ສະນັ້ນ ຂ້ອຍຈຶ່ງເລືອກສິ່ງທີ່ມີຄຸນຄ່າ ເພີ່ມຂື້ນເລື້ອຍໆ ບໍ່ແມ່ນຫຼຸດລົງ.

⁣⁣Priscilla Chan ເມຍຂອງຂ້ອຍແມ່ນຄົນທີ່ມີສະເໜ່ ນາງເປັນຄົນສະຫຼາດ ແລະ ເຕັມໄປດ້ວຍຄວາມເປັນຜູ້ນຳ ແລະ ຍັງສາມາດເປັນຜູ້ຕິດຕາມໄດ້ດີອີກດ້ວຍ ຂ້ອຍຮັກທຸກຢ່າງທີ່ເປັນຂອງນາງ ຂ້ອຍຮູ້ສຶກສະບາຍໃຈ ແລະເປັນຕົວເອງເມື່ອຢູ່ກັບນາງ; ຂ້ອຍບໍ່ເຄີຍຮູ້ສຶກວ່ານາງກຳລັງຕົວະໃຊ້ຂ້ອຍຢູ່ ຫຼືໂອ້ອວດຄວາມເກັ່ງໃຫ້ຂ້ອຍເຫັນ ນັ້ນແມ່ນຍ້ອນວ່ານາງມີ EQ. (ຄວາມສະຫຼາດທາງອາລົມ) ສູງຫຼາຍ⁣⁣.  ໃນສາຍຕາຂອງຫຼາຍໆຄົນມັກເບິ່ງວ່ານາງບໍ່ງາມ ແຕ່ໃນສາຍຕາຂອງຂ້ອຍ ນາງແມ່ນແມ່ຍິງທີ່ງາມທີ່ສຸດ ແລະ ເໝາະສົມທີ່ສຸດກັບຂ້ອຍ⁣⁣ ເພາະວ່າ “ຄວາມລຽບງ່າຍແມ່ນສິ່ງທີ່ງົດງາມ” ⁣⁣

ຫຼັງຈາກອ່ານມາຮອດນີ້ ສາມາດຮູ້ໄດ້ບໍ່ວ່າ ເລື່ອງນີ້ສອນຫຍັງພວກເຮົາແດ່? ແອັດເຊື່ອວ່າຫຼາຍຄົນຄົງມັກສິ່ງງາມໆ ເປັນພື້ນຖານຢູ່ແລ້ວ ແຕ່ຖ້າພວກເຮົາພິຈາລະນາ ຫຼືຕັດສິນຄູ່ຮັກຂອງເຮົາຈາກຮູບລັກສະເພາະພາຍນອກ⁣⁣ ນັ້ນໝາຍ ຄວາມວ່າເຮົາກຳລັງຂາດໂອກາດທີ່ດີໃນການພົບປະກັບ “ຄົນຮັກແທ້” ⁣⁣ແລະ ສຸດທ້າຍຢາກຝາກໄວ້ວ່າ ຖ້າຕ້ອງການຮັກທີ່ຍືນຍາວຕ້ອງເບິ່ງດ້ານໃນຂອງກັນ ແລະກັນ

 

ແບ່ງປັນ