Breaking News

ຣັສເຊຍ ຕິດໂຄວິດ-19 ກະໂດດຂຶ້ນສູງ 5ມື້ຕິດຕໍ່ກັນ ຫຼັງກວດຫາເຊື້ອໄປແລ້ວກວ່າ 4,8 ລ້ານຄົນ

ແບ່ງປັນ

ວັນທີ 8 ພຶດສະພາ 2020 ການແຜ່ລະບາດຂອງໂຄວິດ-19 ຜ່ານມາແລ້ວຫຼາຍກວ່າ 4 ເດືອນ ຍອດຜູ້ປ່ວຍໂຄວິດ-19 ທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງເຖິງ 3.85 ລ້ານຄົນແລ້ວ ປົວດີແລ້ວ 1.3  ລ້ານຄົນ ຫຼື 1 ສ່ວນ 3 ຂອງຜູ້ຕິດເຊື້ອທັ້ງໝົດເສຍຊີວິດແລ້ວ 2.6 ແສນຄົນ ອັດຕາການເສຍຊີວິດຢູ່ທີ່ 6.9%

ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ນີ້ຫຼາຍກວ່າ 180 ປະເທດແລ້ວ ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,266,442 ຄົນ) ສະເປນ  (256,855 ຄົນ) ອີຕາລີ (214,457 ຄົນ) ອັງກິດ (201,101 ຄົນ) ແລະ ຣັສເຊຍ (177,160 ຄົນ) ເຊິ່ງພົບຜູ້ຕິດເຊື້ອໃນຈີນຄິດເປັນພຽງ  2.15% ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ

ຣັສເຊຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ເພີ່ມກວ່າ 10 ພັນຄົນ 5 ວັນຕິດຕໍ່ກັນ ຫຼັງສາທາລະນະສຸກໄດ້ກວດເຊື້ອໄປແລ້ວ   4.8 ລ້ານຄົນທົ່ວປະເທດ ໂດຍ Olga Lyubimova  ລັດຖະມົນຕີກະທວງວັດທະນະທໍາຖືວ່າເປັນລັດຖະມົນຕີຄົນທີ 3 ຂອງຣັສເຊຍ ທີ່ຕິດເຊື້ອໂຄວິດ-19 ຕໍ່ຈາກ Vladimir Yakushev  ລັດຖະມົນຕີກະທວງການກໍ່ສ້າງ ການເຄຫະ ແລະ ນາຍົກລັດຖະມົນຕີ Mikhail Mishustin

Why is Russia reporting so few COVID-19 cases? Some say it's a ...

ດ້ານນາຍົກລັດຖະມົນຕີນະຄອນ ມອສໂກ Sergei Sobyanin ປະກາດຂະຫຍາຍຊ່ວງໄລຍະເວລາທີ່ Lock down ອອກໄປຈົນເຖິງວັນທີ່ 31 ພຶດສະພານີ້ ພ້ອມມີຄໍາສັ່ງໃຫ້ປະຊາຊົນໃນ ມອສໂກ ໃສ່ຜ້າປິດປາກ ແລະ ຖົງມືກ່ອນອອກຈາກເຮືອນເລີ່ມຕັ້ງແຕ່ວັນທີ 12 ພຶດສະພາ ເປັນຕົ້ນໄປ ພ້ອມທັງຄາດວ່າຕົວເລກຜູ້ຕິດເຊື້ອໃນມອສໂກອາດຈະສູງເຖິງ 3 ແສນຄົນ ຫຼັງພົບວ່າຊຸດກວດການຕິດເຊື້ອແບບເລັ່ງດ່ວນຂອງບໍລິສັດເນເທີແລນອາດຈະບໍ່ນ່າເຊື່ອຖື ແລະ ສະແດງຜົນ ຜູ້ທີ່ໄດ້ຮັບຜົນກວດເຊື້ອເປັນລົບ ແທ້ທີ່ຈິງອາດຈະຕິດເຊື້ອ ແລະ ແຜ່ເຊື້ອໃຫ້ຄົນອື່ນໄດ້ໂດຍບໍ່ຮູ້ຕົວ

 

Russia reports more COVID cases, deaths

Russia temporarily bans Chinese nationals from entering country ...Russia Coronavirus News: Borders to Shut From March 30 - Bloomberg

 

ແບ່ງປັນ