Breaking News

ວ້າວ! “ແກ້ວຕາ” ເນັດໄອດໍລາວດັງໄກ ຮ່ວມສະແດງນາງເອກເອັມວີ ນັກຮ້ອງດັງໄທ… ຍອດວິວທະລຸ 60 ລ້ານ

ແບ່ງປັນ

ແກ້ວຕາ ເນັດໄອດໍ້ລາວ ທີ່ໂດ່ງດັງໃນ Social Media ແລະ ມີຄົນຕິດຕາມເປັນຈໍານວນຫຼວງຫຼາຍໃນເພສເຟສບຸກຫຼາຍກວ່າ 4 ແສນຄົນ ຍ້ອນຄວາມນ່າຮັກສົດໃສ ແລະ ຄວາມສາມາດ ສາວຄົນນີ້ຈື່ງໄດ້ມີໂອກາດເຂົ້າຮ່ວມວົງການບັນເທິງລາວທັງໄດ້ເປັນນາງແບບ-ນັກສະແດງ ແລະ ໄດ້ເປັນພີເຊັນເຕີສິນຄ້າດັງລະດັບຕ່າງປະເທດ ພ້ອມດຽວກັນນັ້ນ, ສາວຄົນນີ້ຍັງມີໂອກາດໄດ້ຮ່ວມສະແດງເປັນນາງເອກເອັມວີເພງດັງຫຼາຍເພງຢ່າງຫຼ້າສຸດຄືເພງ ພາບເຄື່ອນໄຫວ ຂອງນັກຮ້ອງດັງລະດັບປະເທດຢ່າງໜຸ່ມ ຕ່າຍ ອາກາດ ເວົ້າໄດ້ວ່າເປັນເພງທີ່ມາແຮງອັນດັບຕົ້ນໆຂອງລາວໃນຍຸກນີ້ ແລະ ປະຕິເສດບໍ່ໄດ້ເລີຍວ່າບໍ່ມີໃຜຈະບໍ່ຮູ້ຈັກເພງນີ້ ໄປໃສກໍຍິນແຕ່ຄົນຟັງເພງນີ້ ປັດຈຸບັນຢູ່ທີ່ 7 ລ້ານວິວ ຈົນເຮັດໃຫ້ໄດ້ຮັບສາຍາ ເຈົ້າແມ່ເອັມວີເພງລາວ…

ในภาพอาจจะมี 1 คน, ภาพระยะใกล้

ในภาพอาจจะมี 1 คน, สถานที่กลางแจ้ง

ຍ້ອນຄວາມສາມາດທີ່ຫຼາກຫຼາຍ ຈື່ງເຮັດໃຫ້ສາວງາມຄົນນີ້ມີໂອກາດຮ່ວມງານທີ່ຕ່າງປະເທດ ໂດຍຫຼ້າສຸດໄດ້ມີໂອກາດຮ່ວມສະແດງນາງເອກເອັມວີຂອງນັກຮ້ອງຊື່ດັງຂອງໄທ ໜຸ່ມ ໄຜ່ ພົງສະທອນ ທີ່ມີຊື່ເພງ “ອ້າຍເກັ່ງກະດໍ້” ເປັນເພງທີ່ມີເນື້ອຫາກ່ຽວກັບຄວາມຮັກທີ່ບໍ່ສົມຫວັງ ຟັງແລ້ວນໍ້າໄຫຼແນ່ນອນ… ຈົນປັດຈຸບັນມີຍອດວິວທະລຸ 60 ລ້ານວິວແລ້ວ

ในภาพอาจจะมี 1 คน, สถานที่กลางแจ้ง

ในภาพอาจจะมี 1 คน, ดอกไม้, เด็ก และ สถานที่กลางแจ้ง

ในภาพอาจจะมี 1 คน, กำลังยืน, ต้นไม้, ต้นพืช และ สถานที่กลางแจ้ง

ຂອບໃຈຮູບພາບ:  Keota Phonepasert

ແບ່ງປັນ