Breaking News

ຊົມເຊີຍ!!! ນັກສຶກສາລາວ ຄວ້າໃບປະກາດແດງ ກຽດນິຍົມອັນດັບ 1 ທີ່ປະເທດຣັດເຊຍ…ພ້ອມທັງ ປະດັບຫຼຽນຄຳທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ

ແບ່ງປັນ

ລາວ-ຣັດເຊຍ ມີສາຍສຳພັນກັນມາຍາວນານ  ສອງປະເທດໄດ້ຮ່ວມມືກັນພິເສດໃນດ້ານການທະຫານ ແລະ ສປປ ລາວໄດ້ຈັດສົ່ງບຸກຄະລາກອນຫຼາຍຊຸດໄປຮຽນຢູ່ຣັດເຊຍຈົບມາກໍປະກອບອາຊີບໃນຖັນແຖວປ້ອງກັນຊາດຢ່າງມີປະສິດທິພາບ  ຫຼ້າສຸດຖືວ່າເປັນອີກໜື່ງຂ່າວທີ່ດີ  ແລະ ຊົມເຊີຍ ຕໍ່ຜົນສໍາເລັດ ຂອງນັກສຶກສາລາວ ທີ່ປະເທດຣັດເຊຍ ໃນວັນທີ 10 ພຶດສະພາ 2020 ທີ່ໄດ້ມີການມອບໃບປະກາສະນິຍະບັດ ຈົບການສຶກສາ ທີ່ ວິທະຍາຄານທະຫານ ຣັດເຊຍ. ເຊິ່ງ 1 ໃນ ຈໍານວນ ນັກສຶກສາລາວ ແມ່ນໄດ້ ປະສົບຜົນສໍາເລັດ ອັນສູງ ທີ່ໄດ້ຮັບກຽດ ຖືກຄັດເລືອກໃຫ້ເປັນນັກສຶກສາຕ່າງປະເທດພຽງຄົນດຽວໃນປີນີ້ ທີ່ໄດ້ຮັບຫລຽນຄຳຈາກກະຊວງປ້ອງກັນປະເທດຣັດເຊຍ (Золотой медаль) ແລະ ພ້ອມທັງໃບປະກາດແດງ (красный диплом) ຂອງວິທະຍາຄານທະຫານອາກາດຣັດເຊຍແຫ່ງນີ້.

ສະຫາຍ ວຽງພອນ ສີສົມລິດ ປະດັບຫຼຽນ ທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ

ຜູ້ຄວ້າມາສອງຜົນງານໃຫຍ່ຄືຫຼຽນຄຳ ແລະ ປະກາສະນີຍະບັດກຽດນິຍົມຄື ສະຫາຍ ວຽງພອນ ສີສົມລິດ ປະດັບຫຼຽນ ທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ

ສະຫາຍ ວຽງພອນ ສີສົມລິດຍັງບອກວ່າ: ໃນທີ່ສຸດເປັນເວລາເກືອບ 6 ປີ ທີ່ຜ່ານການສືກສາຢູ່ ສ. ຣັດເຊຍມາບາດນີ້ກໍໄດ້ຈົບລົງດ້ວຍຜົນສຳເລັດທີ່ເກີນຄວາມຄາດຫມາຍເອົາໄວ້, ອາດເປັນເພາະຄວາມອົດທົນຕັ້ງໃຈ ແລະ ເອົາໃຈໃສ່ໃນການຄົ້ນຄວ້າແຂ່ງຂັນກັນໃນການຮ່ຳຮຽນ, ອີກອັນຫນື່ງກໍຄືການປະຕິບັດກົດລະບຽບວິໄນຂອງໂຮຮຽນໄດ້ຢ່າງເຂັ້ມງວດ

 

ຂວັນໃຈຂໍສະແດງຄວາມຍິນດີນໍາ ສະຫາຍ ວຽງພອນ ສີສົມລິດ ທີ່ສໍາເລັດການສຶກສາດ້ວຍກຽດນິຍົມອັນດັບ 1 ແລະ ຍັງເປັນໃບໜ້າໃບຕາຂອງປະເທດທີ່ສ້າງຊື່ສຽງໃຫ້ຕ່າງຊາດຮູ້ວ່າ ຄົນລາວເຮົາກໍເກັ່ງບໍ່ແພ້ຊາດໃດໂລກຄືກັນ!!!

ແບ່ງປັນ