Breaking News

ບໍ່ຢາກເຊື່ອສາຍຕາ!! Vera Wang Designer ຍິງຊັ້ນນໍາຂອງໂລກ ອາຍຸຊິຮອດ 71 ປີແລ້ວ ແຕ່ຮູບຮ່າງໜ້າຕາຍັງແຊ໋ບປານສາວຫຼັກ 4…

ແບ່ງປັນ

ຕ້ອງຍອມຮັບເລີຍວ່າ Vera Wang Designer ຊື່ດັງ ລູກສອດອາເມຣິກາ-ຈີນ ເປັນຄົນໜຶ່ງທີ່ສາມາດຮັກສາຮູບຮ່າງໜ້າຕາໄດ້ແບບອໍາມະຕະອີ່ຫຼີ!! ເພາະຕອນນີ້ແມ່ເພິ່ນກໍອາຍຸເຂົ້າໄປຫຼັກ 7 ແລ້ວ ແຕ່ຫຸ່ນຍັງແຊ໋ບແຮງ ແຖມໜ້າຕາກໍຍັງເປະເວີ່ ທຽບກັບແມ່ຕູ້ 70 ແຖວບ້ານແລ້ວ ຄິດວ່າຫາກະເຂົ້າຫຼັກ 4 ເທົ່ານັ້ນ. ແຕ່ຄວາມຈິງແລ້ວ ວັນທີ 27 ມີຖຸນາ 2020 ນີ້ ແມ່ກໍອາຍຸ 71 ປີເຕັມແລ້ວຈ່າາາາ

Vera Wang ເຄີຍເປັນນັກສະເກັດລີລາ ກ່ອນທີ່ຈະເຮັດວຽກເປັນບັນນາທິການໃຫ້ກັບວາລະສານ Vogue ດົນເຖິງ 15 ປີ; ຕໍ່ມາກໍໄດ້ເປັນຜູ້ອໍານວຍການອອກແບບໃຫ້ກັບ Ralph Lauren ເປັນເວລາ 2 ປີ. ໃນຊ່ວງອາຍຸ 40 ປີ ນາງໄດ້ກະກຽມງານແຕ່ງງານ ແຕ່ບໍ່ມີຊຸດເຈົ້າສາວແບຣນໃດຖືກໃຈ ນາງຈຶ່ງອອກແບບຊຸດເຈົ້າສາວໃຫ້ຕົວເອງ ແລະ ກາຍມາເປັນຈຸດປ່ຽນ ຊຸກຍູ້ໃຫ້ ວີຣາ ແວງ ເປີດຫ້ອງເສື້ອຂອງຕົວເອງທີ່ໂຮງແຮມ Carlyle ແຖວເມດິສັນ ອະເວນິວ ໃນເມືອງນິວຢອກຊີຕີ້ ແລ້ວນາງກໍປ່ອຍຕົວຊຸດແຕ່ງງານ Collection ທໍາອິດອອກມາໃນປີ 1990. ເຮັດໃຫ້ແມ່ຍິງທົ່ວໂລກຕ່າງໄຟ່ຝັນ ຢາກຈະສວມໃສ່ຊຸດທີ່ອອກແບບໂດຍ ວີຣາ ແວງ ໃນມື້ສໍາຄັນຂອງຊີວິດ Celeb ດາຣາຊື່ດັງລະດັບ Top ຂອງໂລກ ລ້ວນຕ້ອງການສວມໃສ່ຊຸດຣາຕຣີຝີມືຂອງນາງໃນມື້ອອກງານສໍາຄັນ…

ເອີ້ນໄດ້ວ່າ ຖ້າມີງານພຣົມແດງ ຈະຕ້ອງມີແຂກຮັບເຊີນສວມໃສ່ຊຸດຂອງ ວີຣາ ຢ່າງແນ່ນອນ ແມ່ນແຕ່ອະດີດສຸພາບສະຕຣີໝາຍເລກ 1 ຂອງ ສ.ອາເມຣິກາ “Michelle Obama” ກໍຍັງເປັນລູກຄ້າຂອງນາງ… ແຕ່ປົກກະຕິມັກຈະເຫັນນາງອອກ Event ສາຍ Fashion ແຕ່ໄລຍະກັກຕົວຈາກສະຖານະການ ໂຄວິດ-19 ວີຣາ ແວງ ກໍໄດ້ໂພສຮູບຕົວເອງໃນ IG ຫຼາຍຂຶ້ນ ເຮັດໃຫ້ແຟນໆຫຼາຍຄົນເຫຼືອເຊື່ອ ກັບຄວາມຮູບຮ່າງຈ່ອຍບາງປານສາວໆຂຶ້ນໃໝ່ ເຖິງຈະບໍ່ເຕັ່ງຕຶງ ແຕ່ກໍບໍ່ຢ່ອນຍານຕາມອາຍຸເລກ 7 ກົງກັນຂ້າມ ຜິວໜັງຍັງນຽນລະອຽດສົດໄສ ຮອຍຕີນກາໜ້ອຍແຮງ ເບິ່ງໄດ້ຈາກຮູບພາບທີ່ແອັດນໍາມາໃນມື້ນີ້… ເຫັນແລ້ວບໍ່ຢາກຄິດພາບຕົວເອງຕອນອາຍຸ 70 ເລີຍ ຊິໄດ້ສ້ຽວໜຶ່ງຂອງແມ່ເພິ່ນບໍ່ນໍ້ 555+

ຜົນງານການອອກແບບຂອງ Vera Wang

Vera Wang 2010 Fall Bridal Collection

ແບ່ງປັນ