Breaking News

ນັກສຶກສາມະຫາວິທະຍາໄລ ສະຫະລັດອາເມລິກາ ຟ້ອງສະຖາບັນການສຶກສາ 26 ແຫ່ງເພາະວ່າ “ຄອສອອນລາຍ” ຄຸນະພາບຕໍ່າໃນຊ່ວງCOVID-19 …

ແບ່ງປັນ

ນັກສຶກສາມະຫາວິທະຍາໄລໃນສະຫະລັດອາເມລິກາຮວມຕົວກັນຟ້ອງສະຖາບັນການສຶກສາ 26 ແຫ່ງ ເພື່ອຮຽກຮ້ອງຄ່າຮຽນຄືນ ເພາະວ່າບໍ່ພໍໃຈຕໍ່ຄຸນະພາບຂອງການຮຽນການສອນ ອອນລາຍ ໃນຊ່ວງໂຄໂຣນາໄວຣັສລະບາດ

FILE - Students walk on the campus of Miami Dade College, in Miami, Oct. 23, 2018. New research shows paying for college tuition is a top worry for U.S. adults, and multiple financial concerns may contribute to psychological distress.

ໃນການເຄື່ອນໄຫວທາງກົດໝາຍຄັ້ງນີ້ ນັກສຶກສາຮຽກຮ້ອງໃຫ້ມີການຈ່າຍຄ່າຮຽນ ຄືນບາງສ່ວນ ເພາະວ່າການຮຽນແບບອອນລາຍຂາດປະສິດທິພາບຫຼາຍ ບໍ່ສາມາດທຽບເທົ່າກັບການຮຽນໃນຫ້ອງຮຽນປົກກະຕິທົ່ວໄປໄດ້ເລີຍ  ເພາະວ່າການຮຽນຮູ້ຜ່ານວີດີໂອບໍ່ມີຜູ້ບັນຍາຍສົດ ລວມໄປເຖິງເລື່ອງຄ່າໃຊ້ຈ່າຍອາຄານສະຖານທີ່ ເຊິ່ງນັກສຶກສາບໍ່ມີໂອກາດໃຊ້ໃນຊ່ວງໂຄວິດ-19 ລະບາດ.  ນອກຈາກນີ້ ຍັງມີນັກສຶກສາກ່າວວ່າ ໂຄງການທົດລອງບາງໂຄງການບໍ່ສາມາດເຮັດໄດ້ໃນການຮຽນອອນລາຍ ເພາະວ່າຕ້ອງມີການທົດລອງປະຕິບັດຕົວຈິງ

SAE Institute: Creative Media Education

South Korea's drastic measures against the coronavirus offers a ...

ແນວໃດກໍຕາມ ສະຖາບັນການສຶກສາທີ່ຖືກຮ້ອງຟ້ອງນັ້ນ ຍັງອອກມາສະແດງຄວາມຄິດເຫັນຕໍ່ເຫດການຄັ້ງນີ້ວ່າ ສະຖານະການລະບາດຂອງໂລກ ເຮັດໃຫ້ຈໍາເປັນຕ້ອງປິດມະຫາວິທະຍາໄລ ແຕ່ຍັງຄົງເຊື່ອໝັ້ນໃນຄຸນະພາບການສຶກສາແບບອອນລາຍ…

Lockdowns, closures: How is each US state handling coronavirus ...

ໃນບັນດາມະຫາວິທະຍາໄລທີ່ຖືກຟ້ອງໃນຄັ້ງນີ້ມີ ມະຫາວິທະຍາໄລ Brown, Columbia, Cornell, Perdue และ Michigan State University…

ແຫລ່ງຂໍ້ມູນ: https://www.voathai.com/a/university-students-lawsuit-online-course/5408968.html

ແບ່ງປັນ