ເປັນອີກຂ່າວທີ່ເສົ້າສະຫຼົດໃຈ ຂອງປະຊາຊົນລາວທັງຊາດ ກັບການຈາກໄປຢ່າງບໍ່ຫວນກັບມາຂອງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປ.ລາວ ແລະ ອະດີດປະທານ ສູນກາງແນວລາວສ້າງຊາດ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ. ຖ້າເວົ້າເຖິງພົນງານຂອງທ່ານແລ້ວ ຄົນລາວທຸກຄົນຮູ້ດີວ່າ ທ່ານໄດ້ມີບຸນຄຸນຕໍ່ປະເທດຊາດ ແລະ ປະຊາຊົນລາວທຸກຄົນຢ່າງລົ້ນເຫຼືອ ທ່ານເປັນອີກໜຶ່ງແບບຢ່າງຂອງນັກຮົບປະຕິວັດທີ່ຢາກໃຫ້ລູກຫຼານຄົນລາວເອົາເປັນແບບຢ່າງ… ເຖິງວ່າຕອນນີ້ທ່ານໄດ້ຈາກລູກຫຼານຄົນລາວໄປແລ້ວ ແຕ່ຄຸນງາມຄວາມດີຂອງທ່ານນັ້ນ ຈະຈາລຶກໄວ້ໃນໃຈຂອງຄົນລາວຕະຫຼອດໄປ… ແອັດມິ້ນ ແລະ ຂວັນໃຈຂໍສະແດງຄວາມອາໄລຢ່າງສຸດຊຶ້ງກັບການສູນເສຍບຸກຄົນສໍາຄັນຂອງຄອບຄົວ ແລະ ບຸກຄົນສໍາຄັນຂອງຊາດໃນຄັ້ງນີ້ດ້ວຍ!!
