Breaking News

ຊົມເຊີຍໃນຄວາມຄິດສ້າງສັນ!! ວົງດົນຕີ “ຕິ່ງນ່ອຍໆ” ​ ທີ່ນໍາເອົາດົນຕີພື້ນເມືອງລາວ ມາປະສົມປະສານກັບດົນຕີສາກົນໄດ້ແບບລົງຕົວ…(ມີຄລິບ)

ແບ່ງປັນ

ເຄື່ອງດົນຕີພື້ນເມືອງລາວຖືໄດ້ວ່າສິ່ງໜື່ງທີ່ເປັນເອກະລັກ ແລະ ວັດທະນະທໍາອັນລໍ້າຄ່າທີ່ຄຽງຄູ່ຄົນລາວເຮົາມາແຕ່ດົນນານ ເຮົາມັກຈະເຫັນດົນຕີພື້ນເມືອງລາວປະເພດນີ້ໃນງານບຸນຕ່າງໆເພາະເປັນສິ່ງທີ່ສ້າງຄວາມມ່ວນຊື່ນໃຫ້ກັບຄົນທີ່ມາຮ່ວມງານ… ຈົນມາຮອດປັດຈຸບັນຖືໄດ້ວ່າຍັງມີຄົນຮຸ່ນໃຫມ່ກຸ່ມໜື່ງທີ່ຍັງໄດ້ສືບສານອະນຸລັກດົນຕີປະເພດນີ້ໃຫ້ຄຽງຄູ່ຄົນລາວຕໍ່ໄປ  ໂດຍຄົນກຸ່ມນີ້ໄດ້ມີໃຈຮັກມັກໃນການຫຼີ້ນເຄື່ອງດົນຕີພື້ນເມືອງລາວ ແລະ ໄດ້ຮ່ວມກັນຕັ້ງກຸ່ມຂຶ້ນມາ ໂດຍໃສ່ຊື່ວ່າ ວົງດົນຕີຕິ່ງນ່ອຍໆ ເປັນວົງດົນຕີທີ່ນຳເອົາດົນຕີສາກົນມາປະສົມປະສານກັບການຫຼິ້ນດົນຕີພື້ນເມືອງລາວເພື່ອໃຫ້ຄົນຮຸ່ນຫລັງໄດ້ຮູ້ຈັກ ເຊິ່ງປັດຈຸບັນນີ້ໄດ້ປ່ອຍຜົນງານເພງລົງທາງ  You tube ຢ່າງຫຼາກຫຼາຍ, ແຕ່ລະເພງແມ່ນໄດ້ຮັບຜົນຕອບຮັບຈາກແຟນເພງຫຼາຍພໍສົມຄວນ ແລະ ຫຼ້າສຸດກໍໄດ້ປ່ອຍບົດເພງ “ ສະບາຍດີຫຼວງພະບາງ ” ຖືວ່າໄດ້ຮັບຜົນຕອບຮັບຈາກແຟນໆເປັນຢ່າງດີເຊັ່ນກັນ…

 

 

 

 

 

 

 

 

 

 

ທ້າວ ສົມຫວັງ ໄຊສັກດີ ແລະ ທ້າວ ໄຊຍະວົງ ຕັນດາລາ ຕາງໜ້າວົງຕິ່ງນ່ອຍໆ ໃຫ້ສຳພາດວ່າ: ຈຸດເລີ່ມຕົ້ນການສ້າງເພງ “ ສະບາຍດີຫຼວງພະບາງ ” ສ່ວນໜຶ່ງແມ່ນໄດ້ຮັບແຮງບັນດານໃຈມາຈາກລູກເພຈ໌ຕິ່ງນ່ອຍໆ ເພາະວ່າມີຄົນຂໍເພງນີ້ເຂົ້າມາຫຼາຍ, ອີກຢ່າງໜຶ່ງກໍເປັນເອກະລັກຂອງຫຼວງພະບາງ ແຕ່ງໂດຍ ອາຈານ ອຸ່ນຄຳ ບັນດາສັກ ແລະ ພວກເຮົາໄດ້ນຳມາ Cover  ໃນຮູບແບບຂອງພວກເຮົາເອງ ຜົນງານພວກເຮົາປ່ອຍວັນທີ 3 ເດືອນພຶດສະພາ 2020 ຜົນຕອບຮັບຂ້ອນຂ້າງດີ, ເນື້ອໃນຫຼັກໆຂອງບົດເພງແມ່ນເວົ້າເຖິງການຖາມໄຖ່ສະບາຍດີ, ອວຍພອນເມືອງຫຼວງພະບາງ ແລະ ເວົ້າເຖິງ ຄວາມອຸດົມຮັ່ງມີຂອງເມືອງຫຼວງພະບາງ ບໍ່ວ່າຈະເປັນທາງດ້ານປະເພນີ ແລະ ວັດທະນະທຳ, ສ່ວນແຮງບັນດານໃຈແມ່ນຢາກສົ່ງເສີມອະນຸຮັກເພງລາວອຳມະຕະ ໃຫ້ຄົນຮຸ່ນຫຼັງໄດ້ຮັບຊົມ ແລະ ຮັບຟັງ. ພ້ອມກັນນັ້ນ, ຍັງເປັນການອະນຸຮັກດົນຕີລາວເດີມໃຫ້ຢູ່ກັບລາວອີກດ້ວຍ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ສຸດທ້າຍພວກເຮົາວົງດົນຕີຕິ່ງນ່ອຍໆ ຂໍຝາກແຟນເພງຕິດຕາມຮັບຊົມຮັບຟັງຜົນງານເພງພວກເຮົາໄດ້ທາງແຟນເພຈ໌ຕິ່ງນ່ອຍໆ ແລະ ຊ່ອງທາງ Youtube  Tingnoinoi ແລະ ຂອບໃຈທຸກທ່ານທີ່ຕິດຕາມ ແລະ ຮັບຊົມຜົນງານຂອງພວກເຮົາມາຕະຫຼອດ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຂອບໃຈແຫຼ່່ງຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ຮູບຈາກ:  ວົງດົນຕີຕິ່ງນ່ອຍໆ

ແບ່ງປັນ