Breaking News

ບໍ່ເລີ໋ດໃຫ້ຮູ້ໄປ!! ໂຢໂຢ້ Miss Tourism Queen Laos 2018 ກັບການຖ່າຍແບບສຸດ Vintage ກາງຕະຫຼາດສົດ… “ເພາະທຸກສະຖານທີ່ຄື Runway”

ແບ່ງປັນ

ໂຢໂຢ້ ວານິພອນ ພູມີໄຊ Miss Tourism Queen Laos 2018 ແລະ Miss Vientiane 2017  ເຊິ່ງສາວ  ໂຢໂຢ້  ເປັນອີກໜື່ງຄົນວົງການບັນເທິງລາວທີ່ມີທັງໜ້າຕາ ແລະ ຄວາມສາມາດທີ່ຫຼາກຫຼາຍ ເຊິ່ງ ໂຢໂຢ້  ມີຜົນງານການເດີນແບບ-ຖ່າຍແຟຊັ່ນມາຫຼາກຫຼາຍຈົນນັບຜົນງານບໍ່ຖ້ວນ… ແຕ່ໄລຍະຫຼັງໆມາສາວຄົນນີ້ກໍບໍ່ຄ່ອຍໄດ້ປ່ອຍຜົນງານໃໝ່ໆ ອອກມາໃຫ້ແຟນໆໄດ້ເຫັນພໍປານໃດ ແຕ່ຖ້າໃຜທີ່ຕິດຕາມສາວຄົນນີ້ ກໍຈະເຫັນໂພສກ່ຽວກັບການໃຊ້ຊີວິດຂອງນາງຢູ່ເປັນຈໍາ!!!  ແຕ່ຫຼ້າສຸດ ໂຢໂຢ້ ກໍໄດ້ກັບມາທວງບັນລັງອີກຄັ້ງ ກັບການຖ່າຍແບບໃຫ້ວາລະສານ Fashion ຄື Trendy magazine ເຊິ່ງວ່າການກັບມາຄັ້ງນີ້ຂອງ ໂຢໂຢ້  ກໍບໍ່ໄດ້ເຮັດໃຫ້ແຟນໆຜິດຫວັງຢ່າງແນ່ນອນ!  ເຊິ່ງມື້ນີ້ຂວັນໃຈ ກໍຈະພາແຟນໆໄປສ່ອງນໍາກັນເບິ່ງວ່າການຖ່າຍແບບຄັ້ງນີ້ຂອງ ສາວໂຢໂຢ້ ຈະເລີດຫລູດູແພງພຽງໃດ ໄປເບິ່ງນໍາກັນເລີຍ…

ในภาพอาจจะมี 1 คน, กำลังยิ้ม, กำลังยืน

ในภาพอาจจะมี 1 คน

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 1 คน, กำลังยืน และ รองเท้า

ในภาพอาจจะมี 1 คน, กำลังยืน และ อาหาร

ຖືໄດ້ວ່າຜົນງານການຖ່າຍແບບຂອງສາວ  ໂຢໂຢ້  ໃນຄັ້ງນີ້ບໍ່ທໍາມະດາອີຫຼີ! ປ່ຽນຈາກການຕະຫຼາດທໍາມະດາໃຫ້ເປັນ Location ແບບ Catwalk ໄດ້ ໂດຍບໍ່ມີໃຜຍາດຊີນ ແລະ ບໍ່ມີໃຜກ້າຖຽງເລີຍວ່າ ການຖ່າຍແບບ ແບບນີ້ບໍ່ເລີ໋ດ…

ຮູບພາບຈາກ: Trendy Magazine

ແບ່ງປັນ