Breaking News

ຫຼ້າສຸດ!!ຈີນພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມສູງຮອບເດືອນ ຂະນະທີ່ ອູ່ຮັ່ນ ເປັນສູນກາງການແຜ່ລະບາດ ເມື່ອທ້າຍປີ ຜ່ານມາ ກໍກັບມາກວດພົບຜູ້ປ່ວຍໃໝ່ອີກຄັ້ງ…

ແບ່ງປັນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 11 ພຶດສະພາ 2020 ນີ້ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ປິ່ນປົວເຊົາດີແລ້ວ 78.144 ຫຼັງຈາກແພດໄດ້ອະນຸຍາດໃຫ້ຜູ້ປ່ວຍ 24 ຄົນ ອອກຈາກໂຮງໝໍ ເມື່ອວັນອາທິດຜ່ານມາ ເຮັດໃຫ້ຜູ້ປ່ວຍໃນລະບົບຍັງເຫຼືອ 141 ຄົນ ໃນນັ້ນ 9 ຄົນ ອາການຍັງວິກິດ.

COVID-19: China approves human trials of two vaccines

Covid-19: China suspends entry of foreign travellers

ຂະນະທີ່ ພາຍໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 17 ຄົນ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 28 ເມສາ ແລະ ເຮັດໃຫ້ສະຖິຕິຜູ້ປ່ວຍເພິ່ມຂຶ້ນ 82.918 ຄົນ ໂດຍຜູ້ປ່ວຍກຸ່ມຫຼ້າສຸດ ແບ່ງເປັນຜູ້ເດີນທາງມາຈາກຕ່າງປະເທດ 7 ຄົນ ທັງໝົດກວດພົບຢູ່ເຂດປົກຄອງຕົນເອງມອງໂກເລຍໃນ ສ່ວນທີ່ເຫຼືອ 10 ຄົນ ແມ່ນຕິດເຊື້ອໃນປະເທດ ໂດຍ 5 ຄົນ ອາໄສຢູ່ເມືອງອູ່ຮັນ ຖືເປັນການກວດພົບຜູ້ປ່ວຍລາຍວັນຫຼາຍທີ່ສຸດໃນເມືອງອູ່ຮັນ ນັບຕັ້ງແຕ່ວັນທີ 11 ມີນາ ຜ່ານມາ.

Coronavirus: China reports 121 new deaths with 5,090 new cases ...

ນອກຈາກນີ້, ຍັງເປັນວັນທີ 2 ຕິດຕໍ່ກັນດ້ວຍ ທີ່ເມືອງອູ໋ຮັນ ເມືອງເອກຂອງມົນທົນຫູເປີ່ຍ ຢືນຢັນກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ຫຼັງຈາກ ຢັ້ງຢືນພົບຜູ້ຕິດເຊື້ອຄົນທຳອິດໃນຮອບຫຼາຍກວ່າ 1 ເດືອນ ເມື່ອວັນອາທິດ ຜ່ານມາ.

China's approach to containing coronavirus cannot be replicated ...

ສ່ວນສະຖານະການຂອງກຸ່ມຜູ້ຕິດເຊື້ອຍັງບໍ່ມີອາການນັ້ນ ຍັງຢູ່ພາຍໃຕ້ການສັງເກດອາການຢ່າງໃກ້ຊິດ 794 ຄົນ ຫຼັງຈາກເມື່ອວັນອາທິດຜ່ານມາ ກວດພົບຜູ້ຕິດເຊື້ອລັກສະນະນີ້ 20 ຄົນ.

ຂອບໃຈແຫຼ່ງຂໍ້ມູນ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ແບ່ງປັນ