ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down ໜ່ວຍງານກວດກາສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ ໄດ້ອອກກວດກາ ການເຄື່ອນໄຫວ ຂອງພາກທຸລະກິດ ໃນໄລຍະທີ່ມີການລະບາດຂອງພະຍາດ COVID-19 ຕາມທີ່ໄດ້ກຳນົດໃນຄໍາແນະນໍາ 031/ສພກ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020 ຄື:
- ມີສະຖານທີ່ບໍ່ແອອັດ
- ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ
- ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ
- ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື ໄອ, ຈາາມ , ຫາຍໃຈຍາກ ແມ່ນບໍ່ອະນຸຍາດໃຫ້ເຂົ້າ ແລະ ຕ້ອງແຈ້ງແພດຫມໍ ຫຼື ໂທຫາສາຍດ່ວນ 166 ແລະ 156 ເພື່ອຂໍຄຳປຶກສາ.
- ຕ້ອງອະນາໄມ ເຮັດຄວາມສະອາດ ຫ້ອງອາຫານ, ຫ້ອງຄົວ, ຫ້ອງນໍ້າ ແລະ ໂຕະຕັ່ງ ທີ່ບໍລິການລູກຄ້າເປັນປະຈຳ
- ຕ້ອງອຳນວຍຄວາມສະດວກໃຫ້ແກ່ທີມແພດ ແລະ ພາກສ່ວນທີ່ກ່ຽວຂ້ອງ ສາມາດເຂົ້າໄປຕິດຕາມກວດກາ ຫຼື ເຜີຍແຜ່ຄວາມຮູ້ ກ່ຽວກັບພະຍາດ Covid-19 ເປັນໄລຍະ

ຫຼ້າສຸດວັນທີ 12 ພຶດສະພາ 2020 ໜ່ວຍງານກວດກາສະເພາະກິດໂຄວິດ-19 ເມືອງໄຊເສດຖາ ສົມກັບບ້ານນາໄຊ ນະຄອນຫຼວງວຽງຈັນ ໄດ້ລົງປະຕິບັດກວດກາ ຮ້ານ ອາຫານແສງ ແລະ ເລີປາແດກ ຕາມມາດຕະການ ສໍາລັບການເຄື່ອນໄຫວ ຂອງພາກທຸລະກິດ ແລະ ຮ້ານຄ້າຕ່າງໆ ໃນໄລຍະທີ່ມີການລະບາດຂອງພະຍາດ COVID-19, ໂດຍທາງຮ້ານໄດ້ປະຕິບັດຕາມມາດຕະການໄດ້ເປັນຢ່າງດີ ມີການກວດອຸນຫະພູມທຸກຄັ້ງກ່ອນເຂົ້າຮ້ານ, ມີເຈວລ້າງມື, ພະນັກງານທຸກຄົນໃສ່ຜ້າອັດປາກ… ເຊິ່ງຜ່ານການກວດກາ ທັງສອງຮ້ານເປັນຖືໄດ້ວ່າຮ້ານທີ່ຜ່ານມາດຕະຖານ ແລະ ປອດໂຄວິດ ສາມາດເປີດຮ້ານ- ດໍາເນີນກິດຈະການຕໍ່ໄດ້



ຂວັນໃຈຂໍຊົມເຊີຍຮ້ານ ອາຫານ ແສງດາວ ແລະ ເລີ ປາກແດກ ທີ່ມີຄວາມຮັບຜິດຊອບ ແລະ ເຂັ້ມງວດໃນທີ່ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ໄດ້ເປັນຢ່າງດີ ຍັງເປັນຮ້ານແບບຢ່າງທີ່ດີ ແລະ ສາມາດເປີດດຳເນີນກິດຈະການຕໍ່ນໍາອີກ…
“ຮ້ານແບບຢ່າງປອດ COVID19”


