ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊື່ອວ່າຕອນນີ້ຍັງມີຄົນລາວຈຳນວນຫຼາຍທີ່ຕົກຄ້າງຢູ່ຕ່າງປະເທດ ມາບໍ່ທັນກ່ອນການ Lock down ສະນັ້ນ ຈື່ງຢາກຮູ້ວ່າຖ້າຢາກກັບມາຕອນນີ້ຕ້ອງເຮັດແນວໃດ? ປັດຈຸບັນການເຂົ້າ-ອອກ ນອກປະເທດແມ່ນຍັງບໍ່ມີຄວາມສະດວກພໍປານໃດ ເພາະວ່າທຸກປະເທດລ້ວນແຕ່ມີມາດຕະການເຝົ້າລະວັງ ບໍ່ຢາກໃຫ້ມີການນຳເຊື້ອເຂົ້າ-ອອກລະຫວ່າງປະເທດ ແລະ ມີໂອກາດສ່ຽງສູງຕໍ່ການແຜ່ເຊື້ອຈາກຄົນໜຶ່ງໄປສູ່ອີກຫຼາຍຄົນ…
ເຖິງແນວໃດກໍ່ຕາມ, ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂຄວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດຄື: ສະເພາະຂາເຂົ້າ ບຸກຄົນ ຫຼື ນິຕິບຸກຄົນເດີນທາງເຂົ້າ ສປປ ລາວ ຕ້ອງຂຽນຄໍາຮ້ອງ ທີ່ລະບຸລາຍລະອຽດກ່ຽວກັບ ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈໍາເປັນຮີບດ່ວນ ຂອງການເດີນທາງເຂົ້າ ສປປ ລາວ ເຖິງຄະນະສະເພາະກິດກະຊວງການຕ່າງປະເທດ ໂດຍຜ່ານຂະແຫນງການທີ່ ກ່ຽວຂ້ອງ ຂອງ ສປປ ລາວ; ພາຍຫລັງໄດ້ຮັບອະນຸຍາດແລ້ວ, ບຸກຄົນ ຫຼືນິຕິບຸກຄົນ ທີ່ບໍ່ທັນມີວີຊ່າເຂົ້າ ສປປ ລາວ ຈະຕ້ອງປະກອບຄໍາຮ້ອງຂໍວີຊ່າທີ່ສະຖານເອກອັກຄະລັດຖະທູດ ຫຼືສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດຕົ້ນທາງ.
ສ່ວນຜູ້ທີ່ໄດ້ຮັບວີຊ่າທີ່ຍັງມີອາຍຸນໍາໃຊ້ ສາມາດນໍາໃຊ້ວีຊ่າດັ່ງກ່າວ ເດີນທາງເຂົ້າມາ ສປປ ລາວ; ບຸກຄົນ ຫຼືນິຕິບຸກຄົນ ຈະຕ້ອງມີໃບຢັ້ງຢືນການກວດໂຄວິດ-19 ຈາກສະຖານທີ່ບໍລິການສາທາລະນະສຸກ ທີ່ສາມາດກວດສອບໄດ້ ແລະ ອອກໃຫ້ບໍ່ເກີນ 72 ຊົ່ວໂມງ ກ່ອນເດີນທາງເຂົ້າ ສປປ ລາວ.
ຂອບໃຈແຫລ່ງຂໍ້ມູນ: ຄິດອອກ kidork.com