Breaking News

ແພດຝາກເຕືອນ!! ພະຍາດໄຂ້ຍຸງລະບາດໜັກໃນ ສປປ.ລາວ ພົບຜູ້ຕິດເຊື້ອຫຼາຍກວ່າ 1 ພັນຄົນ ເສຍຊີວິດແລ້ວ 1 ຄົນ… ນະຄອນຫຼວງເປັນອັນດັບ 1

ແບ່ງປັນ

ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-7 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ1.033 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ມີ 309 ກໍລະນີ ແລະ ເສຍຊີວິດ 1 ຄົນ.

ຮອງລົງມາແມ່ນ ແຂວງອັດຕະປື 159 ກໍລະນີ, ວຽງຈັນ 123 ກໍລະນີ, ຄຳມ່ວນ 76 ກໍລະນີ, ບໍລິຄຳໄຊ 74 ກໍລະນີ, ສາລະວັນ 72 ກໍລະນີ, ສະຫວັນນະເຂດ 59 ກໍລະນີ, ໄຊຍະບູລີ 46 ກໍລະນີ, ເຊກອງ 41 ກໍລະນີ, ຫຼວງນໍ້າທາ 28 ກໍລະນີ, ອຸດົມໄຊ 21 ກໍລະນີ, ຈຳປາສັກ ແລະ ໄຊສົມບູນ ແຂວງລະ 7 ກໍລະນີ, ຜົ້ງສາລີ 5 ກໍລະນີ ແລະ ຫຼວງພະບາງ 6 ກໍລະນີ ເຊິ່ງຈໍານວນແຂວງເຫຼົ່ານີ້ ແມ່ນຍັງບໍ່ມີກໍລະນີເສຍຊີວິດ ສໍາລັບແຂວງຊຽງຂວາງ ບໍ່ແກ້ວ ແລະ ຫົວພັນ ແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍດັ່ງກ່າວ.

ປັດຈຸບັນ ໄດ້ກ້າວເຂົ້າສູ່ລະດູຝົນ ຈຶ່ງກໍ່ໃຫ້ເກີດມີຄວາມສ່ຽງການລະບາດພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ເພື່ອເປັນການປ້ອງກັນແຕ່ຫົວທີ ທຸກຄົນຕ້ອງຊ່ວຍກັນເອົາໃຈໃສ່ປະຕິບັດຫຼັກການ 5 ປ ເປັນປະຈຳທຸກໆອາທິດ ເພື່ອຕັດວົງຈອນໜອນນໍ້າຍຸງລາຍ ບໍ່ມີຍຸງລາຍກໍຈະບໍ່ມີໄຂ້ເລືອດອອກ.

Cr: Laos 360°C

ແບ່ງປັນ