Breaking News

ອະນຸໂມທະນາບຸນນໍາ!! ຜູ້ກຳກັບພັນລ້ານ “ເຈ້ຍ ປາຊີຟິກ” ບວດອຸທິດບຸນໃຫ້ ພໍ່ເຖົ້າໃຫຍ່ “ທ່ານສີສະຫວັດ ແກ້ວບຸນພັນ” … 

ແບ່ງປັນ

“ເຈ້ຍ ປາຊີຟິກ” ນັກຮ້ອງ-ນັກສະແດງຕະລົກ- ຜູ້ກຳກັບ ແຖວໜ້າຂອງລາວ ເປັນອີກບຸກຄົນໜື່ງທີ່ຜົນງານດ້ານວົງການບັນເທິງລາວທີ່ຫຼາກຫຼາຍບໍ່ວ່າຈະເປັນ ຜູ້ກຳກັບຮູບເງົາເລື່ອງ ຫຼົງຫາມເຕົ້າ, ຮັກມະຍ່ອມມະແຍ່ມ… ເຊິ່ງຜົນງານຂອງ ເຈ້ຍ ປາຊີຟິກກໍ່ໄດ້ສ້າງຊື່ສຽງໂດ່ງດັງໄປທົ່ວປະເທດ ແລະ ຕ່າງປະເທດ ຈົນເຮັດໃຫ້ກາຍເປັນຮູບເງົາທໍາອິດຂອງລາວທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນ ປະເທດລາວ ຈົນໄດ້ສາຍາ ຜູ້ກຳກັບພັນລ້ານຂອງເມືອງລາວ ນອກຈາກນີ້, ຍັງມີຜົນງານສຽງເພງ ໄກ່ຖືກຄ້ອນ… ລວມທັງງານສະແດງທັງພາຍໃນ ແລະ ຕ່າງປະເທດອີກຫຼາກຫຼາຍ ເອີ້ນໄດ້ວ່າ ເຈ້ຍ ເປັນອີກໜື່ງບຸກຄົນວົງການບັນເທິງລາວມີເຕັມໄປດ້ວຍຄວາມສາມດ ແລະ ຜະລິດຜົນງານອອກມາໃຫ້ຄົນລາວເຮົາໄດ້ຕິດຕາມຢູ່ຕະຫຼອດມາ!!

ในภาพอาจจะมี 1 คน, กำลังยิ้ม

ในภาพอาจจะมี 1 คน

 

 

ວັນທີ 12 ພຶດສະພາ 2020 ທີ່ຜ່ານມາຖືໄດ້ວ່າເປັນອີກໜື່ງຂ່າວທີ່ນ່າສະຫຼົດໃຈ ຂອງຄອບຄົວ ແກ້ວບຸນພັນ ເຊິ່ງເປັນພໍ່ເຖົ້າໃຫຍ່ ເຈ້ຍ ປາຊີຟິກ” ທ່ານສີສະຫວັດ ແກ້ວບຸນພັນ ໄດ້ເສຍຊີວິດ ເອີ້ນໄດ້ວ່າເປັນສູນເສຍຄັ້ງຍິ່ງໃຫຍ່ ຂອງຄອບຄົວ ແກ້ວບຸນພັນ   ຫຼ້າສຸດວັນທີ 13 ພຶດສະພາ 2020  “ເຈ້ຍ ປາຊີຟິກ” ກໍໄດ້ບວດ ເພື່ອທົດແທນພະຄຸນ ແລະ ອຸທິດບຸນໃຫ້ແກ່ພໍ່ເຖົ້າໃຫຍ່ ໄປໃນພົບພູມທີ່ດີ  

ໃນຊ່ວງນີ້ ຄູບາເຈ້ຍກໍໄດ້ເຂົ້າປະຕິບັດທໍາຢູ່ທີ່ ວັດປ່າດວງຕາ ບ້ານຫົວຂົວ ເມືອງນາຊາຍທອງ ແລະ ຄູບາເຈ້ຍຍັງໄດ້ໂພສຜ່ານເຟຍບຸກສ່ວນຕົວວ່າ: ງົດໃຊ້ເຟສບຸກ 8 ມື້ ເພື່ອນນ້ອມຮັບພະທໍາ ແລະ ຈິດໃຈສະຫງົບ

ຂວັນໃຈຂໍ ອະນຸໂມທະນາບຸນ! ນໍາຄູບາເຈ້ຍ ນໍາເດີ້!

ในภาพอาจจะมี 1 คน

ในภาพอาจจะมี 2 คน, คนที่ยิ้ม

ในภาพอาจจะมี 2 คน, คนที่ยิ้ม

ในภาพอาจจะมี 1 คน, ข้อความ และภาพระยะใกล้

ในภาพอาจจะมี 1 คน

ຂອບໃຈຮູບພາບ: Phoumsana Sirivongsa

ແບ່ງປັນ