Breaking News

ວ້າວໆ!! Good job… Twitter ເປັນບໍລິສັດທໍາອິດໃນໂລກທີ່ອະນຸຍາດໃຫ້ພະນັກງານ Work from home ໄດ້ຕະຫຼອດຊີວິດ “ບໍລິສັດເນັ້ນກະຈາຍເຄືອຄ່າຍ ບໍ່ເນັ້ນການເຮັດວຽກແບບສູນກາງ”

ແບ່ງປັນ

ການເຮັດວຽກແບບ Work from home ນັ້ນ ເກີດເປັນກະແສມາແຮງທີ່ສຸດໃນໄລຍະ 2-3 ທີ່ຜ່ານມາ ເນື່ອງຈາກສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ທີ່ໄດ້ແຜ່ລະບາດໄປທົ່ວໂລກ ເຮັດໃຫ້ຫຼາຍໆບໍລິສັດຕ້ອງໄດ້ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນໄດ້ ເພື່ອຄວາມປອດໄພ ຫ່າງໄກຈາກເຊື້ອພະຍາດ… ລວມທັງບໍລິສັດ Technology ຍັກໃຫຍ່ລະດັບໂລກ ຄື Twitter, Google, Facebook, Microsoft ແຕ່ປັດຈຸບັນສະຖານະການເລີ່ມຄີ່ຄາຍ ຫຼາຍບໍລິສັດກໍເລີ່ມທະຍອຍເປີດຕົວ ແລະ ເຂົ້າເຮັດວຽກຢູ່ຫ້ອງການໄດ້ແລ້ວ!! ຍົກເວັ້ນບໍລິສັດ Twitter; ເພາະຈາກການລາຍງານຂ່າວຈາກ nbc news ໃຫ້ຮູ້ວ່າ ທ່ານ ແຈັດ ດໍຣຊີ່ (Jack Dorsey) ຫົວໜ້າບໍລິຫານ Twitter ໄດ້ກ່າວກັບພະນັກງານຂອງເຂົາເມື່ອວັນອັງຄານທີ່ຜ່ານມາວ່າ ພະນັກງານຈະໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ເຮືອນຂອງຕົນເອງໄດ້ ເຖິງແມ່ນວ່າຈະສິ້ນສຸດວິກິດການໂຄວິດ-19 ແລ້ວກໍ່ຕາມ ແລະ ຄາດວ່າທະວິດເຕີ້ຈະເປີດຫ້ອງການໄວທີ່ສຸດໃນເດືອນກັນຍາ ສ່ວນກິດຈະກຳກ່ຽວກັບການປະຊຸມ ຫຼືການພົບປະກັນແມ່ນຈະເລື່ອນອອກໄປຈົນເຖິງປີໜ້າ. ທັງນີ້, ທາງ Twitter ຈະມີແຜນການປະເມີນສະຖານະການຂອງປີ 2021 ກັນອີກຄັ້ງໃນໄລຍະ 6 ເດືອນທ້າຍປີນີ້.

ໂຄສົກຂອງທະວິດເຕີ້ໄດ້ກ່າວວ່າ ບໍລິສັດໃຫ້ຄວາມສຳຄັນກັບການກະຈາຍເຄືອຄ່າຍ, ໂດຍບໍ່ຢຶດຕິດກັບການເຮັດວຽກແບບສູນກາງ ແລະ ສະໜັບສະໜູນໃຫ້ຄົນເຮັດວຽກຢູ່ສະຖານທີ່ໃດກໍ່ໄດ້ ໃນໄລຍະ 2-3 ເດືອນທີ່ຜ່ານມາມັນໄດ້ຊີ້ໃຫ້ເຫັນວ່າ ການເຮັດວຽກຢູ່ເຮືອນນັ້ນແມ່ນເຮັດໄດ້ ເຊິ່ງໝາຍຄວາມວ່າ ຖ້າພະນັກງານສາມາດເຮັດວຽກຢູ່ເຮືອນຂອງພວກເຂົາໄດ້ ກໍໃຫ້ເຮັດຕໍ່ໄປເລີຍ ແລະ ຖ້າຄົນໃດເຮັດວຽກຢູ່ເຮືອນບໍ່ໄດ້ກໍ່ໃຫ້ກັບເຂົ້າມາເຮັດວຽກຢູ່ສຳນັກງານໄດ້ສະເໝີ ສຳນັກງານຈະເປີດຮັບທຸກຄົນຢ່າງອົບອຸ່ນ ເຖິງແມ່ນວ່າອາດຕ້ອງໃຊ້ມາດຕະການຄວາມປອດໄພບາງຢ່າງກໍຕາມ.

ແລະກ່ອນໜ້ານີ້, ບໍລິສັດ Technology ຊັ້ນນຳຄື Google, Facebook ແລະ Microsoft ກໍໄດ້ໃຫ້ຄວາມສຳຄັນກັບການເຮັດວຽກຢູ່ເຮືອນ ແລະ ຍັງບໍ່ມີກຳນົດໃຫ້ກັບມາເຮັດວຽກທີ່ສຳນັກງານຈົນໝົດປີນີ້…

ແບ່ງປັນ