Breaking News

ເຊີນຊວນ!! ຮ່ວມສົມທົບທຶນກັບນາງເອກສາວ ຊຸບຕາເບີ 1 ຂອງລາວ “ລູກນໍ້າ ທິດາລັດ” ຊື້ອຸປະກອນຍົກລະດັບການສຶກສາ ໃຫ້ໂຮງຮຽນທີ່ຂາດເຂີນ…

ແບ່ງປັນ

  

ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ…  ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!!

ປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງພັດທະນາ ລວມທັງດ້ານສຶກສາຂອງປະເທດລາວເຮົາເຊັ່ນກັນ ເຊິ່ງກໍມີຫຼາຍພາກສ່ວນຍືດມືເຂົ້າໄປຊ່ວຍດ້ານນີ້ ລວມທັງຄົນດັງວົງການບັນເທີງບ້ານເຮົາ ໜື່ງໃນນັ້ນກໍຄື ສາວ “ລູກນໍ້າ ທິດາລັດ” ຊຸບຕາເບີໜື່ງຂອງປະເທດລາວເຮົາກໍເປັນອີກຄົນທີ່ຄອຍສະໜັບສະໜູນ ໃຫ້ການຊ່ວຍເຫຼືອທຶິນການສຶກສາບໍ່ວ່າຈະເປັນອຸປະກອນຕ່າງໆ ຢູ່ໂຮງຮຽນເຂດຫ່າງໄກຊອກຫຼີກຕະຫຼອດຜ່ານມາ   ຫຼ້າສຸດ ສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວເພື່ອລະດົມທຶນຊື້ຄອມພິວເຕີ້ໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ:

“ລະດົມທຶນຄອມໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ
#ລາຄາ2.000.000ກີບ
#ໃຜຢາກຮ່ວມເຮັດນຳມາຮ່ວມນຳກັນເດີ້ ທາງໂຮງຮຽນຂາດເຂີນຄອມໃຊ້ ໄວ້ພິມເອກກະສານ ວຽກຕ່າງໆ ອີ່ດູໂຕນເພິ່ນ

ຮ່ວມສົມທົບໄດ້ຕາມບັນຊີ
BCEL ເງິນກີບ
090120000094627001
Ms Thidalat vongsili
(ກະລຸນາຂຽນວ່າ ຮ່ວມຊື້ຄອມໃຫ້ໂຮງຮຽນ)”

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 1 คน, กำลังยืน และสถานที่ในร่ม

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 1 คน, ภาพระยะใกล้

ນອກຈາກນີ້ລູກນໍ້າຍັງເປັນອີກໜື່ງດາລາສາວທີ່ມັກຊ່ວຍເຫຼືອສັງຄົມເຮົາຕະຫຼອດມາ ແລະເຮົາຈະມັກເຫັນລູກນໍ້າສ້າງໂຄງການຊ່ວຍເຫຼືອຕ່າງໆຂຶ້ນມາເພື່ອຊ່ວຍເຫຼືອສັງຄົມເຊັ່ນ ຊ່ວຍເຫຼືອນັກຮຽນທີຢູ່ເຂດຊົນນະບົດ, ໂຮງໝໍ… ເອີ້ນໄດ້ວ່າເປັນດາລາສາຍບຸນອີກໜື່ງຄົນເລີຍກໍວ່າໄດ້!

ໂຄງການລະດົມທຶນໃນຄ້ງນີ້ຖ້າໃຜສົນໃຈຢາກຮ່ວມສົມທົບທຶນສາມາດຮ່ວມສົມທົບໄດ້ຕາມບັນຊີ
BCEL ເງິນກີບ
090120000094627001
Ms Thidalat vongsili
(ກະລຸນາຂຽນວ່າ ຮ່ວມຊື້ຄອມໃຫ້ໂຮງຮຽນ)”

ຂອບໃຈຮູບພາບ: Louknum Thidalat Vongsili

ແບ່ງປັນ