Breaking News

ສຸດຍອດ Idea!! ຄົນ New York ພາກັນແຫ່ອາບແດດ-ພັກຜ່ອນໃນພື້ນທີ່ວົງມົນ ຊ່ວຍຮັກສາໄລຍະຫ່າງທາງສັງຄົມໃນຊ່ວງໂຄວິດ…

ແບ່ງປັນ

ປັດຈຸບັນຫຼາຍປະເທດເລີ່ມມີການຜ່ອນຄາຍມາດຕະການ Lock down ກັນແລ້ວ ແລະ ຫຼາຍສັງຄົມກໍຈໍາເປັນຕ້ອງປັບໃຫ້ເຂົ້າກັບວິຖີຊີວິດແບບໃໝ່ ເຊິ່ງຄວນມີການເວັ້ນໄລຍະຫ່າງທາງສັງຄົມ ເພື່ອປ້ອງກັນຕົວເອງຈາກການຕິດໂຄວິດ-19…​ ທຸລະກິດຫ້າງ-ຮ້ານຫຼາຍແຫ່ງ!!!

New York ໜື່ງໃນພື້ນທີ່ທີ່ພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດຂອງ ສະຫະລັດອາເມລິກາ ກໍໄດ້ເລີ່ມທົດລອງແຕ້ມເສັ້ນຂີດເປັນວົງມົນ ເພື່ອກຳນົດການບໍລິການ ໄດ້ເວັ້ນໄລຍະຫ່າງກັນ  ເຊັ່ນດຽວກັນກັບສວນສາທາລະນະ Domino Park ສະຖານທີ່ອາບແດດແຫ່ງໃໝ່ຫຼ້າສຸດໃນNew York ຜູ້ເບິ່ງແຍງສວນແຫ່ງນີ້ໄດ້ເກີດມີຄວາມຄິດສ້າງສັນໂດຍ ແຕ້ມຮູບວົງມົນສີຂາວຂະໜາດໃຫຍ່ໄວ້ເທິງພື້ນທີ່ເດີ່ນຫຍ້າ ເພື່ອໃຫ້ຄັນທີ່ມາທ່ຽວຫຼີ້ນສາມາດເພີດເພີນກັບສາຍລົມ ແສງແດດ ມາຜ່ອນຄາຍຈິດໃຈກັນທີ່ສະຖານທີ່ແຫ່ງນີ້ ໂດຍໄດ້ຫຼຸດຄວາມສ່ຽງຈາກຄວາມແອອັດ ແລະ ເພື່ອໃຫ້ໝັ່ນໃຈວ່າພວກເຂົາຈະມີການເວັ້ນໄລຍະຫ່າງກັນ

ໂດຍເມື່ອວັນທີ 19 ພຶດສະພາ 2020 ທີ່ຜ່ານມາ ສໍານັກຂ່າວ CNN ໄດ້ລາຍງານວ່າ ວົງມົນແຕ່ລະວົງ ຈະຢູ່ຫ່າງຈາກກັນໃນໄລຍະ 1.5 ແມັດ ເຊິ່ງຜູ້ມາໃຊ້ບໍລິການແຕ່ລະຄົນນັ້ນກໍໃຫ້ຄວາມຮ່ວມມືເປັນຢ່າງດີ ແຕ່ລະຄົນໄດ້ພາກັນນັ່ງພັກຜ່ອນ ອາບແດດ ຫຼືອອກກຳລັງກາຍຢູ່ໃນວົງມົນ ເອີ້ນໄດ້ວ່າ ວົງໃຜວົງລາວ  ຫຼືຫາກໃຜມາເປັນກຸ່ມກໍຈະນັ່ງຢູ່ໃນວົງມົນດຽວກັນ ແຕ່ພື້ນທີ່ວົງມົນກໍບໍ່ໃຫຍ່ປານໃດ ເຮັດໃຫ້ແຕ່ລະກຸ່ມສາມາດຢູ່ນໍາກັນຫຼາຍຄົນບໍ່ໄດ້ ຈົນກາຍເປັນການຈໍາກັດຈໍານວນຄົນໄປໂດຍອັດຕະໂນມັດ!

COVID-19

COVID-19

COVID-19

ແນວໃດກໍຕາມ! ເຖິງວ່າການແຕ້ມຮູບວົງມົນກຳນົດຂອບເຂດແບບນີ້ຈະເປັນຄວາມຄິດທີ່ດີ ແຕ່ເນື່ອງຈາກ ສວນທາລະນະແຫ່ງນີ້ເປັນສວນທີ່ບໍລິຫານໂດຍເອກະຊົນ ບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ ຈື່ງຍັງເຫັນສວນໃນສະຖານທີ່ຕ່າງໆ ທີ່ຈັດການໂດຍລັດຖະບານນໍາໄປປະຕິບັດຕາມກັນແຕ່ຢ່າງໃດເລີຍ!!!

 

ແບ່ງປັນ