Breaking News

ທົ່ວໂລກຕິດໂຄວິດ-19 ທະລຸເກີນ 5 ລ້ານຄົນແລ້ວ ໃນຂະນະທີ່ ອາເມລິກາ-ບຣາຊິວຕິດເຊື້ອເພີ່ມ 21 ພັນຄົນ ໃນມື້ດຽວ…

ແບ່ງປັນ

ວັນທີ 21 ພຶດສະພາ 2020 ການແຜ່ລະບາດຂອງໂຄວິດ-19 ກຳລັງກ້າວເຂົ້າສູ່ເດືອນທີ 5 ຍອດຜູ້ປ່ວຍໂຄວິດ-19 ທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງຈົນຕອນນີ້ເກີນ 5 ລ້ານຄົນແລ້ວ ປົວດີ 2 ລ້ານຄົນ ຫຼືຄິດເປັນ 40% ຂອງຜູ້ຕິດເຊື້ອທັງໝົດ ເສີຍຊີວິດເກືອບ 3.3 ແສນຄົນ…
ຫຼ້າສຸດພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ແລ້ວຢ່າງໜ້ອຍໃນ 181 ປະເທດ ເຊິ່ງປເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື ສະຫະລັດອາເມລິກາ  (1,591,991 ຄົນ)  ຣັສເຊຍ (308,705 ຄົນ)  ບຣາຊິວ (293,357 ຄົນ) ສະເປນ (279,524ຄົນ) ແລະ ອັງກິດ  (248,293 ຄົນ)
ໂດຍສະຫະລັດອາເມລິກາ ແລະ ບຣາຊິວພົບຜູ້ຕິດເຊື້ອເພີ່ມ 21 ພັນກວ່າຄົນໃນມື້ດຽວ ນັບເປັນສະຖິຕິສູງສຸດຕໍ່ມື້ຂອງບຣາຊິວຕັ້ງແຕ່ພົບຜູ້ຕິດເຊື້ອຄົນທໍາອິດຂອງປະເທດ ແລະ ນັບວ່າເປັນການສ້າງສະຖິທິໃໝ່ຕິດຕໍ່ກັນເປັນວັນທີ 2 ຂອງປະເທດທີ່ພົບການແຜ່ລະບາດຂອງໂຄວິດ-19 ຮຸນແຮງທີ່ສຸດ

As Virus Cases Surge, Brazil Starts to Worry Its Neighbors | Voice ...
ສ່ວນຍອດຜູ້ຕິດເຊື້ອໃນ ອາເມລິກາ ຍັງຄົງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງໃກ້ຮອດ 1.6 ລ້ານຄົນແລ້ວ

US records highest daily death toll from Covid-19 in the world

ເຮົາມາເບິ່ງກັນທີ່ອາຊຽນ ສິງກະໂປຍັງຄົງພົບຜູ້ຕິດເຊື້ອຄົນໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕອນນີ້ຜູ້ຕິດເຊື້ອປະມານ  29,364 ຄົນ ເປັນປະເທດທີ່ຕິດເຊື້ອຫຼາຍທີ່ສຸດໃນອາຊຽນ 


Singapore was ready for Covid-19—other countries, take note ...

RACGP - 'I am substantially more concerned than I was a week ago ...

 

ແບ່ງປັນ