ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຄົນຜູ້ໜຶ່ງຈະສາມາດຢືນຢູ່ເທິງໂລກນີ້ໄດ້ໂດຍບໍ່ປະສົບພົບພໍ້ກັບອຸປະສັກ ຫຼື ບັນຫາຊີວິດຕ່າງໆ ທີ່ເຂົ້າມາພິສູດຄວາມອົດທົນ, ຄວາມພະຍາຍາມຂອງຄົນເຮົາ. ແຕ່ມັນຈະຍິ່ງຍາກທະວີຄູນຂຶ້ນກວ່າເກົ່າ ເມື່ອໂລກຕ້ອງການທົດສອບເຈົ້າແຕ່ກັບໃຫ້ຮ່າງກາຍມາບໍ່ຄົບ 32 ພ້ອມຕົ້ນທຶນຊີວິດທີ່ໜ້ອຍເຫຼືອເກີນ ຫາກເປັນຄົນອ່ອນແອອາດຄິດຈາກລາໂລກນີ້ໄປແຕ່ດົນແລ້ວ ແຕ່ສໍາລັບໜຸ່ມຄົນນີ້ ຄືນັກສູ້ຂອງແທ້ບໍ່ທໍ້ຖອຍຕໍ່ໂຊກຊະຕາ ໃຊ້ຄວາມພະຍາຍາມ ນໍາພາຕົນເອງສ້າງອາຊີບຫາລ້ຽງຄອບຄົວ ນີ້ຄື ສີວັນ ສີບຸນເຮືອງ ນັກແຕ້ມພິການແຂນ.
ສີວັນ ສີບຸນເຮືອງ ປັດຈຸບັນ ຢູ່ບ້ານຕານມີໄຊ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊື່ອວ່າຫຼາຍຄົນຈະຮູ້ຈັກໜຸ່ມຄົນນີ້ ເພາະລາວໂດ່ງດັງຢູ່ໃນໂລກ Social ມາໄລຍະໜຶ່ງແລ້ວ ຈາກປະເດັນການເປັນແຮງບັນດານໃຈໃຫ້ກັບທຸກຄົນໃນສັງຄົມທີ່ກໍາລັງທໍ້ຖອຍ ຫຼືໝົດກໍາລົງໃຈບໍ່ຢາກສູ້ຊີວິດຕໍ່, ເຊິ່ງເຮັດໃຫ້ລາວກາຍເປັນຕົ້ນແບບຂອງຫຼາຍຄົນ ໂດຍຜົນງານເດັ່ນຂອງ ສີວັນ ແມ່ນການແຕ້ມຮູບ ເຖິງແມ່ນວ່າຈະແຂນກຸດທັງສອງຂ້າງແຕ່ຊາຍຄົນນີ້ກໍຍັງສາມາດແຕ້ມຮູບອອກມາໄດ້ສວຍງາມ ແລະ ລະອຽດ ດ້ວຍການໃຊ້ຕີນ ແລະ ໃຊ້ຂໍ້ແຂນກຸດທີ່ຍັງເຫຼືອຢູ່! ສິ່ງທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລາວແມ່ນການເຮັດວຽກດ້ານນີ້ດ້ວຍການຮຽນຮູ້ຈາກຢູທູບ ແລະ ຝຶກຝົນຕົນເອງຈົນມາຮອດປັດຈຸບັນເປັນເວລາ 8ປີແລ້ວ.
ເວົ້າໄດ້ເລີຍວ່າ ສີວັນ ເປັນຄົນທີ່ມີພອນສະແຫວງ ມີຄວາມພະຍາຍາມທີ່ຈະຮຽນຮູ້ ບໍ່ເຄີຍຄິດເອົາຄວາມພິການຂອງຕົນເອງມາເປັນຂໍ້ອ້າງສ້າງພາລະໃຫ້ຄົນອື່ນ. ແນວໃດກໍ່ຕາມ ໃນສະພາບເສດຖະກິດແບບນີ້, ແນ່ນອນວ່າທຸກຄົນລ້ວນໄດ້ຮັບຜົນກະທົບ ເຮັດໃຫ້ຂາດລາຍໄດ້ ຫຼື ບໍ່ມີລາຍໄດ້ເຂົ້າມາເລີຍ ຫຼື ອາດພຽງຄິດທໍ້ຖອຍກັບໂຊກຊະຕາບາງຢ່າງໃນຊີວິດຂອງຕົນເອງຢູ່ ຂໍໃຫ້ເບິ່ງສີວັນເປັນແບບຢ່າງ ລາວບໍ່ໄດ້ມີຮ່າງກາຍຄົບສົມບູນ, ພິການແຂນຂາດ, ຕົ້ນທຶນຊີວິດກໍ່ຂາດເຂີນ ແຕ່ສິ່ງທີ່ລາວມີຢູ່ ແລະ ຊົງຄຸນຄ່າທີ່ສຸດແມ່ນຄວາມອົດທົນພະຍາຍາມ, ຄິດບວກ, ບໍ່ເຄີຍລໍຖ້າການຊ່ວຍເຫຼືອລ້າຈາກໃຜ ແມ້ກະທັ້ງຜົນງານທີ່ລາວເຮັດອອກມາ ກໍ່ຮຽກຮ້ອງໃຫ້ລູກຄ້າຢ່າຊື້ເພາະສົງສານ ແຕ່ຈົ່ງຊື້ເພາະເຫັນຄວາມງາມ, ເຫັນຄຸນຄ່າ ແລະ ເຫັນວ່າຮູບແຕ້ມຂອງລາວມີຄຸນນະພາບແທ້.
ເຫັນບໍວ່າ ຄົນເຮົາທຸກຄົນລ້ນແຕ່ມີຄ່າ ຢ່າຟ້າວສິ້ນຫວັງຫາກຍັງບໍ່ສົມຫວັງ, ຢ່າຟ້າວທໍ້ຖອຍ ຫາກຍັງບໍ່ທັນໄດ້ສູ້ ແລະ ຢ່າຟ້າວຍອມແພ້ ຫາກມັນຍັງບໍ່ສໍາເລັດ ໃຫ້ເຊື່ອໝັ້ນວ່າມື້ໜຶ່ງມັນຈະເປັນຂອງເຮົາ!!!
ຂອບໃຈແຫ່ງຂໍ້ມູນ: http://laoedu.org/