Breaking News

ແຟນໆອົດໃຈຖ້າ! ໜຸ່ມນ້ອຍ “ບິກ ວີລະຍຸດ ໜູຫ່ວງ” ​ລູກ​ຊາຍ “ກິດາວເພັດ ໜູຫ່ວງ” ນັກຮ້ອງໃນຕຳນານໜຸ່ມໂກສິນ​ ​ກຳລັງຈະປ່ອຍຜົນງານເພງ​ໃໝ່ໄວໆນີ້…

ແບ່ງປັນ

ໜຸ່ມນ້ອຍ “ບິກ ວີລະຍຸດ ໜູຫ່ວງ”  ລູກຊາຍຂອງ ກິດາວເພັດ ໜູຫ່ວງ ນັກຮ້ອງໃນຕຳນານໜຸ່ມໂກສິນທີ່ຫາກໍລ່ວງລັບໄປ ຊ່ວງທ້າຍເດືອນເມສາຜ່ານມານັ້ນ…  ເວົ້າໄດ້ເລີຍວ່າ  “ບິກ ວີລະຍຸດ ໜູຫ່ວງ” ນອກຈາກໜ້າຕາຈະຄ້າຍຄືພໍ່ແລ້ວ ຍັງຖ່າຍທອດນໍ້າສຽງອັນມ່ວນຫູ ລຸກຄໍ 7 ຊັ້ນສະບັ້ນຄໍຫອຍມາຈາກພໍ່ເຕັມໆເລີຍກໍວ່າໄດ້  ເອີ້ນວ່າ ລູກໄມ້ຫຼົ່ນບໍ່ໄກຕົ້ນ ອີຫຼີ!!! ເພາະວ່າ ຜ່ານມານ້ອງບິກແມ່ນໄດ້ຮ້ອງຢູ່ໃນໂຮງຮຽນ ແລະ ມີຄົນຖ່າຍເອົາໄປລົງເຟສບຸກ ຈົນໄດ້ຮັບຄຳຊື່ນຊົມຢ່າງຫຼວງຫຼາຍ ກ່ອນຈະມາສູ່ຜົນງານສຽງເພງເປັນຂອງຕົນເອງເປັນຕົ້ນແມ່ນ ວອນພໍ່ກັບຄືນ…ທີ່ພໍ່ເພິ່ນແຕ່ງໃຫ້ຮ້ອງກ່ອນຈາກໂລກນີ້ໄປ ເຊິ່ງເປັນແນວເພງທີ່ມີເນື້ອຫາທີ່ເສົ້າປະສົມກັບສຽງອັນທີ່ມ່ວນເຮັດໃຫ້ໄດ້ຮັບຄວາມຊື່ນຊົມຈາກບັນດາແຟນໆເປັນຈໍານວນຫຼາຍ ຫຼ້າສຸດກໍມີຍອດວິວຍອດ 3 ລ້ານວິວແລ້ວ ຈົນແຈ້ງເກີດເປັນສິນລະປິນໜຸ່ມນ້ອຍຂອງວົງການເພງລາວ !!!  ເມື່ອບໍ່ດົນມານີ້ ທາງເພຈຂອງວົງດົນຕີດັງ ໜຸ່ມໂກສິນ ກໍໄດ້ປະກາດວ່າ ອີກບໍ່ດົນຈະໃດ້ຟັງຜົນງານເພງໃໝ່ຂອງນ້ອງບິກແລ້ວເດີ້ ຝາກຕິດຕາມແດ່!

ວອນພໍ່ກັບຄືນ ບິກ ວິລະຍຸດ ຫນູຫ່ວງ Von ...

ສຽງດີຫລາຍ ລູກຊາຍກິດາວເພັດ ໜູຫ່ວງ ...

ແນວໃດກໍຂໍໃຫ້ແຟນໆຄອຍ ຕິດຕາມຜົນງານຂອງໜຸ່ມນ້ອຍຄົນນີ້ຕໍ່ໄປເດີ້!  ແລະ ຂວັນໃຈກໍຈະຂໍເປັນກຳລັງໃຈ  ນ້ອງສືບສານຕຳນານ ແລະ ຜົນງານໃນວົງການຂອງພໍ່ກິດາວເພັດໃຫ້ສັງຄົມລາວໄດ້ຮັບຟັງໄປດົນໆ…

ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com

ແບ່ງປັນ