ດັ່ງທີ່ເຮົາຮູ້ກັນແລ້ວວ່າ ທົ່ວໂລກກຳລັງປະເຊີນກັບວິກິດການແຜ່ລະບາດຂອງໂຄວິດ-19 ເປັນໄລຍະເວລາ 5 ກວ່າເດືອນແລ້ວ ໄດ້ສົ່ງຜົນໃຫ້ຄົນຕິດເຊື້ອ-ເສຍຊີວິດເປັນຈໍານວນຫຼາຍ ແລະ ເສດຖະກິດໄດ້ຮັບຜົນກະທົບຫຼາຍຢ່າງ ການດໍາລົງຊີວິດພົບຂໍ້ຫຍຸ້ງຍາກ…ເຊິ່ງປະເທດລາວເຮົາກໍເຊັ່ນດຽວກັນ ແຕ່ຢູ່ໃນສະຖານະວິກິດໂຄວິດ-19 ເຮົາຍັງໄດ້ເຫັນພາກສ່ວນອອກມາຊ່ວຍເຫລືອສັງຄົມເຮົາ ລວມທັງ ບັນດາຄົນບັນເທິງລາວ ກໍໄດ້ມີການລະດົມທຶນ ຊ່ວຍເຫຼືອ ເຄື່ອງອຸປະກອນການແພດ ແລະ ອາຫານໃຫ້ແກ່ ບັນດາໂຮງໝໍ, ກູ້ໄພ, ຄົນທີ່ຂາດເຂີນ ແລະ ວັດໃນເຂດຊົນນະບົດ… ມື້ນີ້ຂວັນໃຈ ຈະລວມເອົາບັນດາຄົນດັງລາວເຫຼົ່ານັ້ນມາໃຫ້ແຟນໆໄດ້ຮູ້ຈັກກັນວ່າຈະມີໃຜແດ່? ເຮົາໄປເບິ່ງນໍາກັນເລີຍ…
ຄົນທໍາອິດ ໝໍແນ່ງ ຫຼື ຈັນດາລີ ສິດພະໄຊ ນັກສະແດງສາວ ທີ່ໄດ້ເປັນສື່ກາງໃນການລະດົມ ທຶນ ສົມທົບອຸປະກອນທາງການແພດ ເພື່ອປະກອບສ່ວນເຂົ້າໃນວຽກງາ ນການຕ້ານພະຍາດໂຄວິດ-19 ໂດຍສະເພາະກໍ່ແມ່ນ ໜ້າກາກອະນາໄມ ເຈວລ້າງມື ແລະ ອາຫານ ນໍ້າດື່ມ ເພື່ອນໍາໄປມອບໃຫ້ກັບ ເຈົ້າໜ້າທີ່ ທີ່ປະຕິບັດໜ້າວຽກ ການຕ້ານພະຍາດໂຄວິດ-19
ມາຕໍ່ກັບສາວ ລູກນໍ້າ ທິດາລັດ ວົງສິຣິ ຊຸບຕາອັນດັບໜື່ງຂອງປະເທດລາວ ທີ່ໄດ້ເປັນກະບອກສຽງ ໃນການລະດົມທຶນ ເພື່ອຊື້ອຸປະກອນທາງການແພດທີ ່ຈໍາເປັນ ໂດຍສະເພາະກໍ່ແມ່ນ ໜ້າກາກອະນາໄມ, ເຈວລ້າງມື ແລະ ຊຸດກັນຕອງ ທັງນີ້ ເຖິງວ່າລູກນໍ້າຈະບໍ່ໄດ້ເປັນ ຜູ້ໄປມອບເອງ ເນື່ອງຈາກຕ້ອງໄດ້ກັກໂຕຢູ່ເຮ ືອນ ແຕ່ລູກນໍ້າກໍ່ໄດ້ລົງມືແພັກເ ຄື່ອງເອງ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງນໍ າໄປມອບໃຫ້ແທນ



ສາວ ຢຸ້ຍ ສັນທະນີ ນາງງາມສາຍບຸນອີກໜຶ່ງຄົນທີ່ນ ອກຈາກຈະກັກໂຕຢູ່ເຮືອນແລ້ວ ຢຸ້ຍຍັງໄດ້ໃຊ້ເວລາໃນການກັກໂ ຕ ລົງມືຫຍິບຜ້າອັດດັງ ອັດປາກ ໂດຍໃຊ້ຜ້າໄຕ ແຜ່ນກອງ ແລະ ຜ້າຝ້າຍ ທັງສີຂາວ ແລະ ສີເຫຼືອງ ເພື່ອນໍາໄປຖວາຍໃຫ້ແດ່ ພຮະສົງ ສຳມະເນນ ແລະ ແມ່ຂາວ ທີ່ຢູ່ໃນເຂດ ແຂວງສາລະວັນ ແລະ ເຂດທີ່ຫ່າງໄກສອກຫຼີກ. ພ້ອມກັນນີ້ ຍັງໄດ້ມີການລະດົມທຶນຈາກໝູ່ເ ພື່ອນ ເພື່ອຊື້ໜ້າກາກອະນາໄມ ແລະ ເຈວລ້າງມື ສົມທົບກັນອີກດ້ວຍ



ເຈນນີ້ ຕົ້ນຄໍາ Miss World 2017 ທີ່ໄດ້ອຸທິດຕົນເອງ ເຂົ້າໃນການຊ່ວຍເຫຼືອສັງຄົມ ບໍ່ວ່າຈະເປັນການແຈກຢາຍເຂົ້າ ກ່ອງໃຫ້ກັບຜູ້ທີ່ຂາດເຂີນຕາມ ຕົວເມືອງ ໃນຊ່ວງທີ່ມີການລ໋ອກດາວ, ການມອບອຸປະກອນການແພດໃຫ້ກັບໂ ຮງໝໍມະໂຫສົດ ແລະ ໂຮງໝໍເມືອງໄຊທານີ ນອກຈາກນີ້, ຍັງໄດ້ມອບເຂົ້າກ່ອງໃຫ້ກັບບັ ນດາຄົນເຈັບທົ່ວໄປອີກດ້ວຍ


ອາລູນາ ຖາວອນສຸກ” ນັກຮ້ອງສຽງຫວານ ທີ່ໄດ້ເປັນສື່ກາງ ໃນການລະດົມທຶນຊ່ວຍເຫຼືອສັງຄ ົມ ໂດຍການມອບອາຫານ ເຄື່ອງດື່ມ ແລະ ອຸປະກອນການແພດຕ່າງໆທີ່ຈຳເປັ ນໃນການປ້ອງກັນພະຍາດໂຄວິດ-19 ທັງນີ້ ອາລູນາເອງ ກໍໄດ້ລົງໄປມອບເຄື່ອງຊ່ວຍເຫ ຼືອຕ່າງໆດ້ວຍຕົນເອງ
ນອກຈາກດາລາ ນັກຮ້ອງ ນັກສະແດງ ທັງ 5 ຄົນ ທີ່ແອັດນໍາມາສະເໜີ ກໍຍັງມີອີກຫຼາຍໆຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການຊ
ຂອບໃຈຮູບພາບ: chandaly ningnang sitpraxay
Louknum Thidalat Vongsili
Yui Santhany
Tonkham Phonchanheuang
Aluna Thavonsouk
ຂອບໃຈແຫລ່ງຂໍ້ມູນ: insidelaos