Breaking News

ພະຍາບານ ຣັສເຊຍ ຖືກລົງໂທດທາງວິໄນ ຫຼັງໃສ່ຊຸດຊັ້ນໃນ-ໃຕ້ຊຸດປ້ອງກັນໂຄວິດ-19

ແບ່ງປັນ

ເຫດການເກີດຂຶ້ນທີ່ໂຮງໝໍແຫ່ງໜື່ງ ຢູ່ທີ່ກຸງ ມອສໂກ ປະເທດຣັສເຊຍ ໂດຍພະຍາບານສາວທີ່ຄາດວ່າອາຍຸປະມານຊາວປາຍປີ ກຳລັງປີ່ນປົວຜູ້ທີ່ຕິດເຊື້ອໄວຣັສທີ່ອາຄານຜູ້ຕິດເຊື້ອເພດຊາຍ ໂດຍພາບດັ່ງກ່າວໄດ້ຖືກນໍາເອົາໄປເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍ ແລະ ກາຍເປັນປະເດັນດຣາມ່າ ພາກັນສະແດງຄວາມຄິດເຫັນຢ່າງຫລວງຫລາຍມີທັງດ້ານດີ ແລະ ລົບ ເຊັ່ນວ່າ ຢ່າງຫນ້ອຍກໍຍັງມີຄົນມີອາລົມຫົວໃນຊ່ວງເວລາທີ່ເຄັ່ງຄຽດແບບນີ້, ເກັ່ງຫລາຍລາວຊ່ວຍໃຫ້ຄົນເຈັບໃຫ້ອາລົມດີຂື້ນ ບາງຄົນເວົ້າວ່າ ເປັນຫຍັງຕ້ອງລົງໂທດພະຍາບານຄົນນີ້ ຕ້ອງໃຫ້ລາງວັນເຖິງຈະຖືກເພາະພໍຄົນເຈັບເຫັນຊຸດລາວ ຮັບຮອງບໍ່ມີໃຜຢາກຕາຍດອກ ແລະ ອີກຄົນກໍບອກວ່າ ບາງທີເຈົ້າຄວນໄປດ່າຜູ້ບໍລິຫານ ເພາະອາກາດທີ່ນັ້ນບໍ່ຖ່າຍເທ…

ເມື່ອເຫດການດັ່ງກ່າວເກີດຂຶ້ນພະຍາບານສາວໄດ້ຖືກຜູ້ບໍລິຫານເອີ້ນໄປສອບຖາມ ແລະ ພະຍາບານສາວຄົນນັ້ນໃຫ້ເຫດຜົນວ່າຕົນເອງຮູ້ສຶກຮ້ອນ ຈື່ງແຕ່ງກາຍແບບນັ້ນ ໂດຍບໍ່ຄິດວ່າຊຸດ PPE ຈະໂປ່ງໃສຈົນເຫັນຮອດທາງໃນແບບນີ້ ສ່ວນຜູ້ປ່ວຍຊາຍກໍບໍ່ມີໃຜເວົ້າໃຫ້ລາວ

พยาบาลสาวชาวรัสเซียถูกลงโทษทางวินัยหลังสวมชุดชั้นในใต้ชุดPPE

ຂະນະດຽວກັນນັ້ນ ກະຊວງສາທາລະນະສຸກຂອງຣັສເຊຍບໍ່ພໍໃຈກັບເລື່ອງນີ້ທີ່ສຸດ ແລະ ໃຫ້ສັ່ງດໍາເນີນການລົງໂທດທາງວິໄນກັບພະຍາບານຄົນນີ້ທີ່ຝ່າຝືນຄໍາສັ່ງໃນການໃສ່ຊຸດສໍາຫຼັບການປ້ອງກັນຕິດເຊື້ອ!

ແຫລ່ງຂໍ້ມູນ: ສຳນັກຂ່າວ Dailymail 

 

 

ແບ່ງປັນ