Breaking News

ໄດ້ດີແລ້ວບໍ່ລືມຕົວ!! ແມນນີ່ ປາກຽວ ນັກມວຍໂລກ ຈົກເງິນສ່ວນຕົວສ້າງເຮືອນ 1.000 ຫຼັງຢູ່ບ້ານເກີດ ໃຫ້ຄົນບໍ່ມີເຮືອນຢູ່ຟຣີ… “ເພາະເຄີຍຢູ່ໃນຈຸດນັ້ນມາກ່ອນ”

ແບ່ງປັນ

ໃນສະຖານະການທີ່ຮ້າຍແຮງ ກໍຍັງມີເລື່ອງດີໆໃຫ້ຍິ້ມຢູ່… ເຊິ່ງເລື່ອງລາວດີໆທີ່ນໍາມາໃຫ້ຍິ້ມໃນມື້ນີ້ ກໍເປັນເລື່ອງລາວຂອງນັກມວຍໂລກທີ່ຊື່ວ່າ ມັນນີ່ ປາກຽວ ເຊິ່ງຖ້າເວົ້າເຖິງຊື່ນີ້ແລ້ວ ເຊື່ອວ່າທຸກຄົນຄົງຕ້ອງຮູ້ຈັກດີຢ່າງແນ່ນອນ ເພາະເລື່ອງລາວຂອງ ປາກຽວ ໄດ້ຖືກຖ່າຍທອດອອກມາຢ່າງຫຼວງຫຼາຍກ່ຽວກັບຊີວິດໃນໄວເດັກ ຄວາມທຸກຍາກລໍາບາກຂອງຄອບຄົວສະໄໝຍັງບໍ່ມີຊື່ສຽງ… ແຕ່ມາຮອດມື້ນີ້ ປາກຽວ ໄດ້ສ້າງປະຫວັດສາດໃຫ້ວົງການມວຍໂລກ ແລະ ເປັນບຸກຄົນທີ່ປະສົບຄວາມສໍາເລັດອິກຄົນໜຶ່ງ!! ແຕ່ ປາກຽວ ກໍຍັງບໍ່ລືມວ່າຕົນເອງກໍາເນີດມາຈາກສັງຄົມແບບໃດ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມທຸກຍາກນັ້ນ ປາກຽວ ຈຶ່ງຕັດສິນໃຈຈົກເງິນສ່ວນຕົວທີ່ໄດ້ຈາກການຕີມວຍແຕ່ລະຄັ້ງ ສ້າງເຮືອນໃນດິນຂອງຕົນເອງເປັນຈໍານວນ 1.000 ຫຼັງທີ່ບ້ານເກີດ ເພື່ອໃຫ້ປະຊາຊົນຊາວ ຟີລິບປິນ ທີ່ບໍ່ມີເຮືອນ ໄດ້ເຂົ້າມາພັກອາໄສແບບຟຣີໆ ແລະ ຢູ່ໄດ້ຕະຫຼອດຊີວິດ…

ຮູບພາບຂອງ Manny Pacquiao.
ສໍາລັບ ເລື່ອງລາວດັ່ງກ່າວນີ້ ຖືເປັນເລື່ອງລາວດີໆທີ່ສັງຄົມຄວນໃຫ້ຄວາມຍົກຍ້ອງໃນນໍ້າໃຈຂອງ ແມນນີ້ ປາກຽວ Manny Pacquiao ທີ່ບໍ່ວ່າຈະໄປໄດ້ໄກຂະໜາດໃດກໍຍັງບໍ່ລືມບ້ານເກີດ ຖິ່ນກໍາເນີດ ແລະ ບໍ່ລືມຄວາມລໍາບາກທີ່ຕົນເອງເຄີຍພົບພໍ້ມາ ຈົນນໍາມາເຊິ່ງຄວາມຊ່ວຍເຫຼືອທີ່ຍິ່ງໃຫຍ່ໃນຄັ້ງນີ້… ແອັດຂໍຍົກຍ້ອງ ແລະ ກາບໃນຄວາມດີຂອງ ປາກຽວ ຢ່າງສຸດໃຈ!!

ຮູບພາບຂອງ Manny Pacquiao.

ຮູບພາບຂອງໝູ່ບ້ານທີ່ ປາກຽວ ສ້າງໃຫ້ປະຊາຊົນ

ແບ່ງປັນ