Breaking News

ສ່ອງສາວໆວົງ “Whiz G” girl group ນ້ອງໃຫມ່ຂອງວົງການເພງລາວ ກຳລັງເປັນທີ່ຈັບຕາເບິ່ງທີ່ສຸດໃນຕອນນີ້…

ແບ່ງປັນ

ປັດຈຸບັນວົງການນັກຮ້ອງບ້ານເຮົາກໍກຳລັງເປັນທີ່ຮູ້ຈັກກັນໃນວົງກວ້າງ ແລະ ຍັງມີສິລະປິນໜ້າໃໝ່ເກີດຂຶ້ນຫຼາຍກຸ່ມບໍ່ວ່າເປັນສິລະປິນດ່ຽວ, ສິລະປິນກຸ່ມຍິງ-ຊາຍ!! ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງສິລະປິນ  girl group ລາວວົງໃຫມ່ວົງໜື່ງ ແລະ ກຳລັງມາແຮງທີ່ສູດໃນຕອນນີ້ນັ້ນກໍຄືວົງ “Whiz G” ເຮົາໄປສ່ອງພ້ອມໆກັນເລີຍ…

ສຳຫລັບວົງ  Whiz G ເປັນວົງ  girl group   ແລະ ກ່ອນຈະມາເປັນສິລະປິນຢູ່ວົງນີ້ໄດ້ ນັກຮ້ອງທັງ 4 ຄົນໄດ້ຜ່ານການຄັດເລືອກ ຈາກຜູ້ສະໜັກຫຼາຍຮ້ອຍຄົນ…ຈາກສັງກັດ A-LIST ຫລືຄ່າຍອິນດີ້   ເຊິ່ງສະມາຊິກໃນວົງນີ້ນໍາທີມໂດຍ ສາວ ປ໋ອບປີ້ ແອນນາລີ້ທາລາສິນ ເປັນອາຈານສອນເຕັ້ນ, ຕໍ່ມາສາວ ເອມິນາ ຕຳແຫນ່ງນັກຮ້ອງຈາກເວທີລະດັບປະເທດ ບອກໄດ້ເລີຍວ່າ ນໍ້າສຽງບອກມ່ວນແຮງ, ສາວ ປູເປ້  ນາງງາມທີ່ຄວ້າຕຳແຫນ່ງຂວັນໃຈມະຫາຊົນ ທີ່ມີຄວາມສາມາດເຕັ້ນ- ສະເເດງ – ເດີນແບບ ແລະ ປິດທ້າຍດ້ວຍສາວຄົນນີ້ ລິດສະດາ  ສາວງາມດີກຣີນາງງາມເຊັ່ນກັນ ບອກໄດ້ເລີຍວ່າສາວໆວົງ girl group ເປັນສິລະປິນວົງທຳອິດຂອງລາວ ທີ່ເວົົ້າໄດ້ເລີຍວ່າຄົບເຄື່ອງອີຫຼີ! ບໍ່ວ່າຈະເປັນທາງດ້ານໜ້າຕາ ແລະ ຄວາມສາມາດຮ້ອງ-ເຕັ້ນ ຂອງແຕ່ລະຄົນ! ແລະ ເຊິ່ງທັງ 4 ສາວອາດຈະເປັນທີ່ຮູ້ຈັກກັນດີໃນວົງການບັນເທິງລາວເຮົາມາກ່ອນ ເພາະວ່າທັງ 4 ສາວແມ່ນໄດ້ເຂົ້າວົງການບັນເທິງກ່ອນທີ່ຈະມາຮວມຕົວກັນ ຈຶ່ງເຮັດໃຫ້ເປັນວົງທີ່ເປັນກະແສ ແລະ ເປັນທີ່ຈັບຕາຂອງບັນດາແຟນຄັບຫຼາຍໆຄົນ…

ในภาพอาจจะมี 4 คน, คนที่ยิ้ม

ຂວັນໃຈຍັງໄດ້ຍິນມາວ່າ  ຜົນງານຂອງວົງ “Whiz G” ຈະປ່ອຍອອກມາພ້ອມກັນສອງເພງ ແມ່ນແທ້  ຫຼືບໍ່!!! ເອົາເປັນວ່າຈັງໃດກໍອົດໃຈຖ້າ ແລະ ຫວັງວ່າພວກເຮົາຈະໄດ້ເຫັນຜົນງານຂອງສາວໆໃນປີ້ກັນເນາະ…
ຝາກຕິດຕາມ ແລະ ເອົາໃຈເຊຍຜົນງານຄົນລາວນຳກັນແດ່ເດີ້ທຸກຄົນ!!!
Poppy annaly thalasin
amina smile
lisdar seezarnon
poupay lazabout

ในภาพอาจจะมี 4 คน, ข้อความ

ในภาพอาจจะมี 4 คน, ผู้คนกำลังยืน

ในภาพอาจจะมี 9 คน, รวมถึง Vanthavy Spnv, คนที่ยิ้ม

ຂອບໃຈຮູບພາບ: WHiZ-G

ແບ່ງປັນ