Breaking News

ຄືນຄວາມສຸກໃຫ້ຄອບຄົວ!!! ແມັດທິວ-ລີເດຍພາລູກໆ ນ້ອງດີແລນ-ນ້ອງເດມີ ໄປທ່ຽວທະເລຄັ້ງທໍາອິດ ຫຼັງຜ່ານພົ້ນຝັນຮ້າຍ…

ແບ່ງປັນ

ເປັນອີກໜຶ່ງຄູ່ຮັກດາຣາ-ນັກຮ້ອງຊື່ດັງ (ປະເທດໄທ) ທີ່ໄດ້ຮັບຄວາມສົນໃຈຫຼາຍ ເພາະຖືໄດ້ວ່າເປັນຄອບຄົວຕົວຢ່າງອີກຄອບຄົວໜຶ່ງໃນວົງການບັນເທີງເລີຍກໍວ່າໄດ້… ໂດຍປົກກະຕິທັງສອງກໍມີຍອດຄົນຕິດຕາມຫຼາຍຢູ່ແລ້ວ ແຕ່ຫຼັງຈາກທີ່ມີລູກນ້ອຍທີ່ໜ້າຮັກທັງສອງມາເພີ່ມຄືນ້ອງດີແລນ ແລະ ນ້ອງເດມີ ຍອດຜູ້ຕິດຕາມ-ແຟນຄຣັບ ກໍເພີ່ມຂື້ນມາອີກເປັນເທົ່າຕົວ ແລະ ກໍເຮັດໃຫ້ເປັນຄອບຄົວທີ່ສົມບູນແບບຂຶ້ນມາອີກ… ແຕ່ເມື່ອບໍ່ດົນມານີ້ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແຟນຄຣັບກໍໄດ້ຮັບຂ່າວທີ່ໜ້າເປັນຫ່ວງ ແລະ ເປັນຝັນຮ້າຍທີ່ສຸດຂອງຄອບຄົວ ນັ້ນກໍຄື ຜົນກວດເລືອດຂອງທັງສອງອອກມາເປັນ ບວກ ນັ້ນໝາຍຄວາມວ່າ ທັງສອງຕິດເຊື້ອ ໂຄວິດ-19 ຄືທີ່ຫຼາຍຄົນຮູ້!! ແຕ່ທັງສອງກໍບໍ່ທໍ້ຖອຍຕໍ່ສູ້ກັບພະຍາດຮ້າຍດັ່ງກ່າວ ເຖິງວ່າຈະຕ້ອງໄດ້ແຍກກັບຄອບຄົວ ແຍກກັບລູກໆເພື່ອປິ່ນປົວເປັນເວລາເດືອນປາຍ ເຊິ່ງໄລຍະນັ້ນ ຂວັນໃຈ ກໍຄອຍອັບເດດສະຖານະການໃຜ້ແຟນຄຣັບຊາວລາວເຮົາໄດ້ຕິດຕາມຢູ່ເປັນປະຈໍາ…

ໃນທີ່ສຸດມື້ທີ່ລໍຄອຍກໍມາເຖິງ ຜົນກວດຂອງ ແມັດທິວ-ລີເດຍ ບໍ່ພົບເຊື້ອໂຄວິດ-19 ແລ້ວ ສາມາດອອກໂຮງໝໍກັບມາຢູ່ກັບຄອບຄົວທີ່ໜ້າຮັກໄດ້ຄືເກົ່າ… ຫຼັງຈາກກັບມາຢູ່ພ້ອມໜ້າພ້ອມຕາ ພໍ່-ແມ່-ລູກ ໄດ້ບໍ່ດົນ ສະຖານະການຄີ່ຄາຍລົງ ທັງສອງກໍບໍ່ໍຊ້າທີ່ຈະຄືນຄວາມສຸກໃຫ້ກັບຄອບຄົວ ໂດຍການຈັດທຣິບທ່ອງທ່ຽວທະເລ ແບບຄອບຄົວໃຫຍ່ ເຊິ່ງພາບບັນຍາກາດຈະໜ້າປະທັບໃຈແນວໃດນັ້ນ ມື້ນີ້ຂວັນໃຈກໍໄດ້ນໍາພາບຂອງຄອບຄົວນີ້ມາຕ້ອນທຸກຄົນນໍາ ພ້ອມແລ້ວໄປເບິ່ງເລີຍ…

      

ບົດຄວາມ: ຂວັນໃຈ

ຮູບພາບ: น้องดีแลน พ่อแมทธิว แม่ลิเดีย Fc

ແບ່ງປັນ