Breaking News

ແຊຣ໌ໄວ້ອ່ານ!! ຂໍ້ຄວນປະຕິບັດໃນການເຮັດວຽກໃຫ້ລາບລື່ນຫຼຸດຜ່ອນຄວາມຜິດພາດ ຖືກໃຈທັງຫົວໜ້າ ແລະ ລູກນ້ອງ…

ແບ່ງປັນ

ການເຮັດວຽກ ແນ່ນອນວ່າ ບໍ່ມີວຽກໃດທີ່ຈະລາບລື່ນໄດ້ຕະຫຼອດ ແລະ ບໍ່ມີວຽກໃດທີ່ຈະຜິດພາດຕະຫຼອດ ແຕ່ເຮັດແນວໃດຈະໃຫ້ຄວາມຜິດພາດໜ້ອຍລົງ ແລະ ໃຫ້ຄວາມລາບລື່ນຫຼາຍຂຶ້ນ ມື້ນີ້ ຂວັນໃຈ ກໍມີເຕັກນິກງ່າຍ ກ່ຽວກັບຂໍ້ປະຕິບັດທີ່ເຮັດໃຫ້ ການເຮັດວຽກຂອງສາວໆງ່າຍຂຶ້ນ ລາບລື່ນຂຶ້ນຫຼາຍກວ່າລົ້ມເຫຼວ… ຈະມີຫຍັງແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ!!

  1. ເຮັດຕາມຄູມືປະຕິບັດວຽກ ຫຼຸດປະລິມານຄວາມຜິດພາດ

ສຳລັບຄົນທີ່ເລີ່ມເຮັດວຽກໃໝ່ຄວນມີຄູມືປະຕິປັດວຽກ ເພາະມັນມີຄວາມຈຳເປັນຕໍ່ການເຮັດວຽກຫຼາຍ ເພາະມັນຈະເປັນແບບແຜນທີ່ເນັດຂຶ້ນມາເພື່ອໃຫ້ປະຕິບັດຕາມຄູມືແບບເຄັງຄັດ ຍ່ອມບໍ່ເກີດຄວາມຜິດພາດ ຫຼືຫຼຸດຄວາມຜິດພາດໄດ້ຫຼາຍ ຖ້າບໍ່ມີຄູມື ກໍຄວນປຶກສາເພືອນຮ່ວມງານທີ່ມີປະສົບການມາກ່ອນ ຖ້າມີຄຳຖາມກໍຄວນຮີບຖາມບໍ່ໃຫ້ຄາໃຈ ແລ້ວເຮັດວຽກນັ້ນໃຫ້ສຳເລັດ ເພື່ອໃຫ້ເຂົ້າໃຈເນື້ອໃນວຽກໃຫ້ຖຶກຕ້ອງ.

Teams – Starbucks

  1. ບັນທຶກວຽກກ່ອນເຮັດ ເພື່ອຈຳກັດໂອກາດທີ່ຈະເຮັດຜິດພາດ

ຖ້າມີການຈັດລະບຽບການເຮັດວຽກຂອງເຮົາເປັນລຳດັບຂັ້ນຕອນ ຈະຊ່ວຍປ້ອງກັນຄວາມປິດພາດຂອງທ່ານໄດ້ຫຼາຍຂຶ້ນ ກ່ອນທີ່ຈະເລີ່ມເຮັດວຽກໃນແຕ່ລະມື້ ໃຫ້ຈົດລາຍການທີ່ຈະຕ້ອງເຮັດທັງໝົດລົງມາໃຫ້ຄົບຖ້ວນ ແລ້ວຈັດລຳດັບສິ່ງທີ່ຈະຕ້ອງເຮັດກ່ອນຫຼືຫຼັງຕາມຄວາມສຳຄັນ ແລະຄວາມດ່ວນ ລວມທັງຈົດລາຍການຂໍ້ຄວນລະວັງຕ່າງໆ ໄວ້ເພືອເຕືອນໃຈ ແລະຢ່າລື່ມຕິດໂນດໄວ້ບ່ອນທີ່ເຫັນງ່າຍເຊັ່ນ ຕິດຢູ່ໜ້າຄອມພິວເຕີ ເປັນຕົ້ນ.

6 Key Traits for Working in a Team

  1. ກວດວຽກ ຫຼື ເຊັກວຽກກ່ອນສົ່ງເພື່ອປ້ອງກັນການຜິດພາດ ແລະການຖຶກຕຳນິ.

ເມື່ອເຮັດວຽກສຳເລັດແລ້ວຕ້ອງກວດເບິ່ງຄວາມຖຶກຕ້ອງທຸກຄັ້ງ ແລະບໍ່ໄດ້ກວດພຽງແຕ່ເທື່ອດຽວເທົ່ານັ້ນ ຄວນຊ່ວຍກັນກວດເບິ່ງຫຼາຍໆຄົນ ນອກຈາກເຂຈົ້າຂອງວຽກຈະຕ້ອງກວດວຽກຂອງຕົນແລ້ວ ຜູ້ທີ່ກ່ຽວຂ້ອງກັບວຽກນັ້ນກໍຄວນກວດເບິ່ງເຊັ່ນກັນ ເພື່ອຄວາມຮັດກຸ່ມຄວນມີການເຊັ່ນຮັບຮອງ ວ່າໃຜໄດ້ກວດແລ້ວ ຈະເຮັດໃຫ້ຜູ້ກວດເພີ່ມຄວາມລະມັດລະວັງຫຼາຍຂຶ້ນອີກລະດັບໜຶ່ງ ເພາະທຸກຄົນຮູ້ດີວ່າ ການລົງຊື່ມີຜົນຕໍ່ການຮັບຜິດຊອບໃນກໍລະນີເກີດຄວາມຜິດພາດຂຶ້ນມາ.

6 Tips for Choosing Effective Project Team Members

  1. ສົ່ງວຽກຫຼືລາຍງານຜົນ ທີ່ໄດ້ເຮັດຮຽບຮ້ອຍແລ້ວ.

ສົ່ງວຽກ ຫຼືລາຍງານຜົນໃຫ້ທີມງານ ເຈົ້ານາຍ ຫຼື ຜູ້ທີ່ກ່ຽວຂ້ອງໃນການມອບໝາຍວຽກນັ້ນໆ ເພື່ອລາຍງານໃຫ້ຮູ້ເຖິງການເຄື່ອນໄຫວ ແລະເປັນການອັບເດດວຽກທີ່ທ່ານເຮັດສຳເລັດຮຽບຮ້ອຍແລ້ວໃຫ້ ທີມງານ ຫຼືຜູ້ທີ່ກ່ຽວຂ້ອງໃນງານນັ້ນຮັບຮູ້ເພື່ອການສື່ສານທີ່ດີໃນການເຮັດວຽກ.

Two businesswomen in office working together on laptop — meeting ...

  1. ຖ້າເກີດຄວາມຜິດພາດມື້ໃດ ໃຫ້ລາຍງານເມື່ອນັ້ນ.

ເມື່ອການເຮັດວຽກເກີດຂໍ້ຜິດພາດ ເຈົ້າຂອງວຽກ ຫຼືຜູ້ທີ່ກ່ຽວຂ້ອງຕ້ອງຮີບແຈ້ງຕໍ່ຫົວໜ້າທັນທີວ່າເກີດຫຍັງຂຶ້ນ ຜິດພາດແບບໃດ ເກີດຈາກຫຍັງ ລວມທັງຄິດຫາແນວທາງແກ້ໄຂ ເພື່ອນຳສະເໜີຫົວໜ້າ ໂດຍກຳນົດໄລຍະເວລາໃນການປັບປຸງແກ້ໄຂແນວທາງການແກ້ໄຂຢ່າງເປັນຮູບປະທຳ ເພື່ອໃຫ້ປັນຫາເຊົາລົງໂດຍສຳເລັດ ທັງໝົດນີ້ບໍ່ແມ່ນເພື່ອຕ້ອງການເອົາໂທດກັນ ແຕ່ເພື່ອໃຫ້ເກີດການຮຽນຮູ້ຈາກຂໍ້ຜິດພາດ ແລະປ້ອງກັນບໍ່ໃຫ້ເກີດຂໍ້ຜິດພາດຊ້ຳອີກນັ້ນເອງ.

The Best Way to Build a Great Working Relationship With Your Boss ...

ເປັນແນວໃດແດ່ສາວໆ ກັບ 5 ຂໍ້ປະຕິບັດທີ່ ຂວັນໃຈ ນໍາເອົາມາຕ້ອນໃນມື້ນີ້… ລອງໄປປະຕິບັດເບິ່ງເດີ້!! ຖ້າໄດ້ຜົນແນວໃດຢ່າລືມບອກແອັດມິ້ນແດ່ເດີ້…

ບົດຄວາມ: ຂວັນໃຈ

ຮູບພາບ: Google

ແບ່ງປັນ