ຖືເປັນຂ່າວດີທີ່ສຸດຂອງຄົນລາວ ທີ່ຄອຍຕິດຕາມຂ່າວການແຜ່ລະບາດຂອງພະຍາດ ໂຄວິດ-19 ມາເປັນເວລາ 2 ເດືອນປາຍ ແຕ່ພວກເຮົາກໍໄດ້ຮັບຂ່າວຮ້າຍແຕ່ພຽງໃນໄລຍະເລີ່ມຕົ້ນເທົ່ານັ້ນ ເພາະຢູ່ລາວເຮົາມີຜູ້ຕິດເຊື້ອເຖິງ 19 ຄົນ ແຕ່ຖ້າທຽບໃສ່ບັນດາປະເທດອ້ອມຂ້າງແລ້ວແມ່ນຖືວ່າ ພົບຜູ້ຕິດເຊື້ອໜ້ອຍທີ່ສຸດກໍວ່າໄດ້… ແຕ່ໄລຍະຫຼັງໆມານີ້ ບ້ານເຮົາແມ່ນໄດ້ຮັບຂ່າວດີມາໂດຍຕະຫຼອດ ທັງບໍ່ມີພົບຜູ້ຕິດເຊື້ອໃໝ່ເປັນເວລາເດືອນປາຍແລ້ວ ແຖມຜູ້ຕິດເຊື້ອເກົ່າຈໍານວນ 19 ຄົນ ກໍປິ່ນປົວຫາຍດີ ແລະ ທະຍອຍອອກໂຮງໝໍເກືອບໝົດແລ້ວ ແລະ ມື້ນີ້ ຜູ້ຕິດເຊື້ອກໍອອກໂຮງໝໍອີກ 2 ຄົນ ເຊິ່ງເປັນກໍລະນີທີ 16 ເພດຍິງ ອາຍຸ 23 ປີ ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 8/4/2020 ແລະ ກໍລະນີທີ 18 ເພດຍິງ ອາຍຸ 32 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 10/4/2020. ທັງ 2 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວ ໃນວັນທີ 27 ພຶດສະພາ 2020… ເຖິງວ່າຈະໄດ້ຮັບຂ່າວດີຢ່າງຕໍ່ເນື່ອງ ແຕ່ທຸກຄົນກໍຢ່າປະມາດເດີ້ທຸກຄົນ!!!
