Breaking News

ຈາກເວທີສູ່ເວທີ… ກຽມສົ່ງໃຈເຊຍ!! ແຮນນ່າ ໂຣເຊັນບູ້ມ ຈະເຂົາຮ່ວມແຂ່ງຂັນ Girl Group RapStar ທີ່ປະເທດໄທ ໄວໆນີ້… ຫຼັງສ້າງປະຫວັດສາເທິງເວທີນາງງາມໄດ້ສໍາເລັດ

ແບ່ງປັນ

ເປັນສາວນ້ອຍປະດັບວົງການບັນເທິງລາວມາໄດ້ບໍ່ດົນ ແຕ່ເວົ້າເລື່ອງຄວາມສາມາດແລ້ວບໍ່ໄດ້ເປັນນ້ອງຮອງໃຜ ສໍາລັບສາວນ້ອຍໄວ 19 ປີ ຄື ແຮນນ່າ ໂຣເຊັ້ນບູ້ມ ໄພວັນ ທີ່ຫຼ້າສຸດຫາກໍມີຜົນງານໄປສ້າງຊື່ສຽງໃຫ້ກັບປະເທດລາວ ເທິງເວທີນາງງາມ Miss Asia 2019 ຈັດຂື້ນຢູ່ປະເທດ ອິນເດຍ ໃນວັນທີ 1 ພະຈິກ 2019 ຜ່ານ​ມາ ແຖມຍັງໄດ້ຕໍາແໜ່ງ Miss social media ເປັນປະສາດຂອງລາວທີ່ໄດ້ຮັບຕໍາແໜ່ງໃນເວທີສາກົນອີກດ້ວຍ… ນອກຈາກຈະມີຄວາມສາມາດເທິງເວທີນາງງາມແລ້ວ ແຮນນ່າ ຍັງມີຄວາມສາມາດຫຼາຍໆດ້ານບໍ່ວ່າຈະເປັນ ການສະແດງ ເຊິ່ງມີຜົນງານກາລັນຕີຫຼາກຫຼາຍທັງ ຊີຣີ່, MV ເພງ, ໂຄສະນາ… ພ້ອມກັນນັ້ນກໍຍັງມີຄວາມສາມາດດ້ານການຮ້ອງການເຕັ້ນອີກດ້ວຍ ເຊິ່ງຖ້າໃຜຕິດຕາມນ້ອງຕັ້ງແຕ່ຕົ້ນ ກໍຈະຮູ້ວ່າ ແຮນນ່າ ນັ້ນເຂົ້າວົງການມາເລີ່ມຈາກການປະກວດຮ້ອງເພງນັ້ນເອງ. ແລະ ບໍ່ດົນມານີ້ກໍໄດ້ຍິນແວ່ວໆມາວ່າ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດຄົນນີ້ກໍາລັງຈະໄປສ້າງປະຫວັດສາດໃຫ້ວົງການເພງລາວອີກຄັ້ງ ໂດຍການເຂົ້າຮ່ວມແຂ່ງຂັນ Girl Group RapStar ທີ່ປະເທດໄທ ໃນໄວໆນີ້ອີກດ້ວຍ. ຈັ່ງໃດແອັດມິ້ນ ແລະ ແຟນຄຣັບຊາວລາວກໍໍຂໍເປັນກໍາລັງໃຈໃຫ້ ແຮນນ່າ ແລະ ເຊື່ອວ່າ ແຮນນ່າ ຈະໃຊ້ຄວາມສາມາດສ້າງປະຫວັດສາດໃຫ້ກັບປະເທດລາວ ວົງການບັນເທີງລາວ ວົງການເພງລາວ ໄດ້ຢ່າງແນ່ນອນ…

ງາມສະຫງ່າເທິງເວທີນາງງາມ

ຈິກກ້ອງເບົາໆ

ສົດໄສໄວສາວ ມ.ປາຍ

ງາມແບບສາວຫຼວງພຣະບາງ… ຊຸດປະຈໍາຊາດປະກວດເວທີ Miss Asia 2019

ຮຽນຈົບແລ້ວ…

ຕົວແທນປະເທດລາວ ຈາກເວທີສູ່ເວທີ

ໜ້າຮັກສົດໄສ Style Hanna

ບົດຄວາມ: Kuanjai

ຮູບພາບ: Hannah Rosenbloom

 

ແບ່ງປັນ